Friday, February 21, 2025
Homeຂ່າວຕ່າງປະເທດສສ ຫວຽດນາມ ສູ້ຊົນໃຫ້ອຸດສາຫະກຳຜະລິດການຢາບັນລຸ 8-11% ຕໍ່ປີ ພາຍໃນປີ 2045

ສສ ຫວຽດນາມ ສູ້ຊົນໃຫ້ອຸດສາຫະກຳຜະລິດການຢາບັນລຸ 8-11% ຕໍ່ປີ ພາຍໃນປີ 2045

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ ທ່ານ ເລແທັງລອງ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນອະນຸມັດຜ່ານ “ໂຄງການພັດທະນາຂະແໜງອຸດສາຫະກຳຜະລິດການຢາ ຮອດປີ 2030, ວິໄສທັດ ຮອດປີ 2045”. ເປົ້າໝາຍຂອງໂຄງການແມ່ນພັດທະນາຂະແໜງອຸດສາຫະກຳຜະລິດການຢາ, ຍົກອັດຕາຜະລິດ ແລະ ນຳໃຊ້ແຫລ່ງວັດຖຸດິບຜະລິດຢາ ຢູ່ພາຍໃນປະເທດ ແລະ ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນການຢາ. ຕາມນັ້ນແລ້ວ, ຮອດປີ 2030, ສູ້ຊົນບັນລຸ 20% ຄວາມຕ້ອງການແຫລ່ງວັດຖຸດິບ ໃຫ້ແກ່ການຜະລິດຢາ; ຕອບສະໜອງ 50% ຄວາມຕ້ອງການແຫລ່ງວັດຖຸດິບ ໃຫ້ແກ່ການຜະລິດອາຫານເສີມ ແລະ ຢາສຳອາງຢູ່ພາຍໃນປະເທດ. ຮອດປີ 2045, ຂະແໜງອຸດສາຫະກຳຜະລິດການຢາ ຂອງ ສສ ຫວຽດນາມ ຈະກາຍເປັນຂະແໜງອຸດສາຫະກຳເຕັກໂນໂລຊີສູງ, ທັນສະໄໝ, ມີກຳລັງແກ່ງແຍ້ງ ແລະ ເຂົ້າຮ່ວມລະບົບມູນຄ່າຂະແໜງຜະລິດຕະພັນການຢາທົ່ວໂລກ. ລະດັບເຕີບໂຕຂະແໜງອຸດສາຫະກຳຜະລິດການຢາບັນລຸ 8–11%. ສຳລັບໜຶ່ງໃນບັນດາໜ້າທີ່ ແລະ ມາດຕະການແກ້ໄຂ ຕົ້ນຕໍຂອງໂຄງການແມ່ນ, ເພີ່ມຄວາມດຶງດູດບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ບັນດາກຸ່ມບໍລິສັດຜະລິດຕະພັນການຢານາໆ ຊາດ ລົງທຶນຜະລິດ ຜະລິດຕະພັນການຢາ; ເອົາໃຈໃສ່ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງເຮັດວຽກໃນຂົງເຂດ ຜະລິດການຢາ ຢູ່ ສສຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments