ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ.

ຊຶ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ ເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.