ມວນອາກາດເຢັນ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມພາກເໜືອ ແລະລົມຕາເວັນອອກພັດປົກຄຸມພາກກາງ ແລະພາກໃຕ້. ຊຶ່ງຈະເຮັດໃຫ້ສະພາບອາກາດຈະຄ່ອຍອຸ່ນຂື້ນໃນແຕ່ລະພາກ ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.