Home ແຈ້ງການສໍາຄັນ ສະພາບອາກາດ ປະຈໍາເຊົ້າວັນທີ 13 ກຸມພາ 2025

ສະພາບອາກາດ ປະຈໍາເຊົ້າວັນທີ 13 ກຸມພາ 2025

0

ມວນອາກາດເຢັນ ຍັງສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບລົມຕາເວັນຕົກພັດປົກຄຸມ ພາກເໜືອ ແລະ ລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້. ຊຶ່ງຈະເຮັດໃຫ້ສະພາບອາກາດຈະຄ່ອຍອຸ່ນຂື້ນຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 13/02/2025 ຫາ ເວລາ 07 ໂມງ ຂອງວັນທີ 14/02/2025

ພາກເໜືອດ້ານຕາເວັນອອກ: (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 08-30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ: ອາກາດເຢັນ ຫາ ໜາວເຢັນ, ພ້ອມມີ ໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 12-34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 17-32 ອົງສາ.

ພາກກາງ: ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 14-33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວ ໄປໃນຕອນເຊົ້າ ແລະ ມີພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 07-30 ອົງສາ.

ພາກໃຕ້: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມ ໃນລະຫວ່າງ 17-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ອຸນຫະພູມໃນລະຫວ່າງ 10-28 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version