Thursday, February 20, 2025
Homeຂ່າວພາຍໃນກະຊວງກະສິກຳ-ປ່າໄມ້ ປະດັບຫລຽນກາມິດຕະພາບ ໃຫ້ສະຖາບັນຄົ້ນຄວ້າເຂົ້າສາກົນ

ກະຊວງກະສິກຳ-ປ່າໄມ້ ປະດັບຫລຽນກາມິດຕະພາບ ໃຫ້ສະຖາບັນຄົ້ນຄວ້າເຂົ້າສາກົນ

ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າລັດຖະບານລາວ ໄດ້ປະດັບຫລຽນກາມິດຕະພາບ ແຫ່ງ ສປປ ລາວ ໃຫ້ແກ່ສະຖາບັນຄົ້ນຄວ້າເຂົ້າສາກົນ (IRRI) ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການຄົ້ນຄວ້າທົດລອງດ້ານແນວພັນເຂົ້າ ທີ່ມີຄຸນນະພາບ ແລະ ແນວພັນໃໝ່ ຂອງ ສປປ ລາວ ນັບແຕ່ປີ 2011 ຈົນເຖິງປັດຈຸບັນ ຢູ່ສໍານັກງານໃຫຍ່ IRRI ປະເທດຟິລິບປິນ. ພ້ ມນີ້, ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງ ໃຫ້ແກ່ ຫົວໜ້າ ແລະ ຊ່ຽວຊານດ້ານການຄົ້ນຄວ້າ ຂອງ IRRI ຈຳນວນໜຶ່ງ.

ການເຄື່ອນໄຫວວຽກງານ ຢູ່ຟິລິບປິນໃນຄັ້ງນີ້, ທ່ານ ລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ນາງ ອີວອນເນ ປິນໂຕ (Yvonne Pinto) ຫົວໜ້າສະຖາບັນຄົ້ນຄວ້າເຂົ້າສາກົນ ແລະ ໄດ້ຖອດຖອນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂອງສອງພາກສ່ວນໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ວຽກງານການສຶກສາຄົ້ນຄວ້າແນວພັນເຂົ້າ ຕິດພັນກັບການທົນທານຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ, ການເພີ່ມສະມັດຖະພາບການຜະລິດ, ການຫລຸດຜ່ອນການນຳໃຊ້ເຄມີ ແລະ ຮັກສາສິ່ງແວດລ້ອມ, ການພັດທະນາຄວາມອາດສາມາດຂອງນັກຄົ້ນຄວ້າລາວ, ການສະໜັບສະໜູນການສ້າງຄັງແຮແນວພັນເຂົ້າ ຢູ່ ສປປ ລາວ, ການສ້າງໂຄງການສຶກສາຄົ້ນຄວ້າດ້ານການປັບປຸງການຜະລິດເຂົ້າ ຕິດພັນກັບຕະຫລາດ ນັບແຕ່ການພັດທະນາແນວພັນເຂົ້າທີ່ຕະຫລາດຕ້ອງການ, ຕິດພັນກັບການນຳໃຊ້ເຕັກ ນິກ-ເຕັກໂນໂລຊີ ທີ່ທັນສະໄໝ, ການຫລຸດຜ່ອນການນຳໃຊ້ແຮງງານ, ຫລຸດຜ່ອນຕົ້ນທຶນການຜະລິດ ແລະ ການຫລຸດຜ່ອນການປ່ອຍທາດມີເທນ ແລະ ສິນເຊື່ອກາກບອນໃນນາເຂົ້າ ໂດຍການມີສ່ວນຮ່ວມ ຂອງ ຜູ້ຜະລິດ, ຜູ້ໃຫ້ທຶນ ແລະ ຜູ້ປະກອບການຂອງ ສປປ ລາວ.

ນອກຈາກນີ້,​ ທ່ານ ລັດຖະມົນຕີ ພ້ອມຄະນະ ຍັງໄດ້ ຮັບຟັງການລາຍງານຈາກບັນດາຊ່ຽວຊານ ແລະ ນັກຄົ້ນຄວ້າ ຂອງ IRRI ແລະ ໄດ້ປຶກສາຫາລື ການພັດທະນາການຮ່ວມມື ກ່ຽວກັບ ໂຄງການປັບປຸງການຜະລິດແນວພັນເຂົ້າ ແລະ ການຜະລິດເຂົ້າເພື່ອຄໍ້າປະກັນສະບຽງອາຫານ ຊຶ່ງເນັ້ນໃສ່ການສຶກສາຄົ້ນຄວ້າ, ການປັບປຸງຄຸນນະພາບ ແລະ ໂພຊະນາການ ຂອງແນວພັນເຂົ້າ ໂດຍສະເພາະແນວພັນເຂົ້າ ທີ່ມີທາດນໍ້າຕານຕໍ່າ ແລະ ມີທາດວິຕາມິນທີ່ມີປະໂຫຍດຕ່າງໆ. ຈາກນັ້ນ, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມ ພື້ນທີ່ການທົດລອງແນວພັນເຂົ້າ, ການສາທິດການນຳໃຊ້ໂດຣນ ໃນການໃສ່ຢາໃນພື້ນທີ່ປູກເຂົ້າ, ຢ້ຽມຢາມຫ້ອງວິໄຈ-ທົດລອງ ທາງດ້ານພັນທຸກຳເຂົ້າ ແລະ ທະນາຄານເກັບແນວພັນເຂົ້າ ທີ່ເກັບແນວພັນເຂົ້າໃນທົ່ວໂລກ ຊຶ່ງມີຫລາຍກວ່າ 130.000 ແນວພັນຈາກທົ່ວໂລກ. ໃນນັ້ນ, ແນວພັນເຂົ້າ ຂອງ ສປປ ລາວ ມີ ຫລາຍກວ່າ 15.000 ແນວພັນ ຊຶ່ງເປັນອັນດັບ 2 ຂອງໂລກ ຮອງຈາກປະເທດອິນເດຍ.

ຂ່າວ: ຂ່າວສານກະສິກຳ ປ່າໄມ້

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments