Home ຂ່າວຕ່າງປະເທດ ຈີນ-ໄທ ຈະເພີ່ມທະວີການປາບປາມການຄ້າມະນຸດ ແລະ ການ ຫຼອກລວງຜ່ານທາງໂທລະຄົມ ຢ່າງເດັດຂາດ

ຈີນ-ໄທ ຈະເພີ່ມທະວີການປາບປາມການຄ້າມະນຸດ ແລະ ການ ຫຼອກລວງຜ່ານທາງໂທລະຄົມ ຢ່າງເດັດຂາດ

0

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 8 ກຸມພານີ້, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ, ລັດຖະບານ ຈີນ-ໄທ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເດີນໜ້າສູ່ອະນາຄົດ ແລະ ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສາຍພົວພັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງ​ຄູ່ຮ່ວມຊາຕາກຳຈີນ-ໄທ ທີ່ໝັ້ນຄົງກວ່າເກົ່າ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.

ເນື້ອໃນຖະແຫຼງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເນັ້ນໜັກວ່າ: ພາຍໃຕ້ກົນ ໄກການຮ່ວມມືໃນພາກພື້ນຕ່າງໆ ເປັນຕົ້ນ: ກົນ ໄກການຮ່ວມມືສອງຝ່າຍ ແລະ ກົນ ໄກການຮ່ວມມື ແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີການປາບປາມອາຊະຍາ ກຳຂ້າມຊາດໂດຍບໍ່ມີການອົດກັ້ນຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫຼອກລວງຜ່ານທາງໂທລະຄົມ, ການຄ້າຂາຍຢາເສບ ຕິດ, ການພະນັນຜ່ານທາງອິນເຕີເນັດທີ່ຜິດກົດໝາຍ, ການຟອກເງິນ ແລະ ອື່ນໆ, ດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ.

ສອງຝ່າຍ ຈະເປິກສາຫາລືຕື່ມອີກກ່ຽວກັບການສ້າງກົນໄກການປະສານງານ ແລະ ການຮ່ວມມືທີ່ເໝາະສົມໂດຍໄວ ເພື່ອປາບ ປາມການພະນັນຜ່ານທາງອິນເຕີເນັດ ແລະ ການຫຼອກລວງຜ່ານທາງໂທລະຄົມຢ່າງມີປະສິດທິຜົນ ແລະ ເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານ​ກົດໝາຍ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະຊັບສິນຂອງປະຊາຊົນໃນພາກພື້ນ.

ຂ່າວ: CMG

ພາບ: Xinhua

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version