Home ຂ່າວຕ່າງປະເທດ ອາກຊັງຕິນ ປະກາດຖອນຕົວອອກຈາກ WHO

ອາກຊັງຕິນ ປະກາດຖອນຕົວອອກຈາກ WHO

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ມາເນວ ອາດໍຣນີ ໂຄສົກທຳນຽບປະທານາທິບໍດີ ອາກຊັງຕິນ ຖະແຫຼງວ່າ: ອາກຊັງຕິນ ຈະຖອນຕົວອອກຈາກອົງການອະນາໄມໂລກ (WHO) ແລະ ຢັ້ງຢືນວ່າ ດ້ວຍຂໍ້ຕົກລົງນີ້, ອາກຊັງຕິນ ພວມມຸ່ງໄປເຖິງປະເທດທີ່ມີອະທິປະໄຕໃນບັນດາບັນຫາສາທາລະນະສຸກ.

ຂ່າວລະບຸວ່າ: ກ່າວຄຳເຫັນໃນການຖະແຫຼງຂ່າວ, ທ່ານ ມາເນວ ອາດໍຣນີ ໃຫ້ຮູ້ວ່າ: ອາກຊັງຕິນ ບໍ່ໄດ້ຮັບການອຸປະຖຳຈາກອົງການ WHO. ດັ່ງນັ້ນ, ການຕັດສິນໃຈດັ່ງກ່າວບໍ່ສົ່ງຜົນກະທົບຕໍ່ຄຸນນະພາບການບໍລິການສາທາລະນະສຸກຂອງ ອາກຊັງຕິນ. ກ່ຽວກັບ ອາກຊັງຕິນ ຖອນຕົວອອກຈາກ WHO ຈະມີຜົນສັກສິດເມື່ອທ່ານ ຈາເວຍ ມິເລີ ປະທານາທິບໍດີ ອາກຊັງຕິນ ລົງນາມໃນລັດຖະດຳລັດຮັບຮອງເອົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version