Home ຂ່າວຕ່າງປະເທດ ທາງ​ລົດ​ໄຟ​​ເຊື່ອມ​ຕໍ່​ ຈີນ-ລາວ-ໄທ ມີ​ອະ​ນາ​ຄົດ​​​ອັນກວ້າງ​ໄກ

ທາງ​ລົດ​ໄຟ​​ເຊື່ອມ​ຕໍ່​ ຈີນ-ລາວ-ໄທ ມີ​ອະ​ນາ​ຄົດ​​​ອັນກວ້າງ​ໄກ

0

ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ຂອງ​ປີ 2025, ພວກ​ເຮົາ​ໄດ້​ຮັບ​ຮູ້​ສອງ​ຂ່​າວ​ສ້າງຄວາມ​ຕື່ນ​ເຕັ້ນຍິນດີ ຄື: ປີ 2024 ຜ່ານມາ, ຍອດມູນຄ່າການ​ຄ້າ​ສອງ​ຝ່າຍ​ຈີນ-ລາວ​ ໄດ້ມີເຖິງ 58,6 ຕື້ຢວນ, ເພີ່ມ​ຂຶ້ນ 16,9% ເມື່ອ​ທ​ຽບ​ໃສ່​​ປີ 2023; ພ້ອມ​ກັນ​ນັ້ນ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ​ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ການ​ກໍ່​ສ້າງ​ໄລ​ຍະ​ທີໜຶ່ງ “ບາງກອກ-ນະຄອນຣາດຊະ​ສີ​ມາ” ກຳ​ລັງ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະບົບ, ​ສ່ວນ​ການ​ກໍ່​ສ້າງ​ໄລ​ຍະທີ​ສອງ “ນະຄອນຣາດຊະ​ສີ​ມາ- ໜອງ​ຄາຍ​” ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ຄະ​ນະ​ລັດ​ຖະ​ບານ​ໄທ ແລະ ຄາດ​ວ່າ​ການກໍ່ສ້າງຈະສຳ​ເລັດ​ພາຍໃນ​ປີ 2030.

ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ, ໃນຫຼາຍ​ປີ​ມາ​ນີ້, ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ​ລະ​ຫວ່າງ​ຈີນ​ກັບ​ລາວ ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກຢ່າງຕໍ່ເນື່ອງ ແລະ ສະ​ແດງ​ໃຫ້​ເຫັນ​ທ່າອ່ຽງ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ. ນັບ​ມາ​ຮອດ​​ຕົ້ນ​ເດືອນ​ມັງ​ກອນ​ ປີ 2025, ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ຂົນ​ສົ່ງ​ສິນ​ຄ້າຫຼາຍກວ່າ 50 ລ້ານ​ໂຕນ, ກ​ານ​ຂົນ​ສົ່ງສິນ​ຄ້າ​ຂ້າມຊາຍ​ແດນໄດ້​ເພີ່ມ​ຂຶ້ນ​ຈາກ 500 ກວ່າ​ຊະ​ນິດ​ເປັນ 3.000 ກວ່າ​ຊະ​ນິດ. ການ​ຂົນ​ສົ່ງ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ລາວ​ສາ​ມາດ​ເຂົ້າ​ສູ່​ຕະຫຼາດ​ຂອງ​ຈີນໄດ້​ຢ່າງ ວ່ອງ​ໄວ, ພ້ອມ​ກັນ​ນັ້ນ, ຜະ​ລິດ​ຕະ​ພັນ​ກົນ​ຈັກ ແລະ ເຄື່ອງໄຟຟ້າ, ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີທັນສະໄໝກ້າວໜ້າ ແລະ ສິນ​ຄ້າ​ອື່ນໆ​ຂອງ​ຈີນ ກໍ​ສາ​ມາດ​ເຂົ້າ​ສູ່​ຕະຫຼາດ​ຂອງ​ລາວ ແລະ ປະ​ເທດ​ອື່ນໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ໃຕ້​ໄດ້ຢ່າງວ່ອງໄວເຊັ່ນ​ກັນ.

ບໍ່​ພຽງແຕ່ເທົ່ານີ້, ທາງ​ລົດ​ໄຟ​ລາວ-ຈີນ ຍັງ​ໄດ້​ກາ​ຍ​ເປັນ​ເສັ້ນ​ທາງ​ສຳ​ຄັນ​ສຳ​ລັບ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ໃນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໂດຍສະເພາະແມ່ນປະເທດໄທ. ໃນ​ປີ 2024, ຈຸດ​ປ່ຽນ​ຖ່າຍ​ສິນ​ຄ້າ​ສະ​ຖາ​ນີ​ວຽງ​ຈັ​ນ​ໃຕ້​ໄດ້​ໃຫ້​ບໍ​ລິ​ການ​ແກ່​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ “ຈີນ-ລາວ-ໄທ” ຈໍານວນ 187 ຂະ​ບວນ, ປ່ຽນ​ຖ່າຍ​ສິນ​ຄ້າ 105.000 ໂຕນ, ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​​ປີ 2023.

ທາງ​ລົດ​ໄຟ​ລາວ​-ຈີນ ທີ່​ເປັນ “ເສັ້ນ​ທາງ​ເງິນ-ເສັ້ນທາງຄຳ” ໃນ​ການ​ເຊື່ອມ​ໂຍງ​-ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ສິດ​ທິ​ຜົນ​ໃນການຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ແຂງ​ແຮງ; ​ສ່ວນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ ຈະປະກອບສ່ວນຊ່ວຍ​ປັບ​ປຸງ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມໃນພາກ​ພື້ນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ຈີນ-ລາວ-ໄທ ໃຫ້ຂຶ້ນສູ່​ລະ​ດັບ​ສູງ​ກວ່າ​ເກົ່າ. ການ​ເຊື່ອມ​ຕໍ່​ຂອງ​ທາງ​ລົດ​ໄຟ​ຈີນ- ລາວ-ໄທ ຈະ​ທຳ​ລາຍ​ຮູບ​ແບບ​ການ​ຂົນ​ສົ່ງ “ທາງ​ລົດ​ໄຟ+​ທາ​ງຫຼວງ” ໃນ​ເມື່ອ​ກ່ອນ, ຈະປະຢັນເວ​ລາ​ການ​ຂົນ​ສົ່ງໄດ້ເຖິງ 1 ວັນເຕັມໆ, ສາມາດຫຼຸດຕົ້ນ​ທຶນ​ການ​ຂົນ​ສົ່ງ​​ລົງ 20% ຂຶ້ນ​ໄປ.

ອີງ​ຕາມ​ສູນ​ຄົ້​ນ​ຄວ້າ​ກະ​ສິ​ກອນ​ໄທ​ຄາດ​ຄະ​ເນ​ວ່າ: ໂດນ​ຜ່​ານ​ທາງ​ລົດ​ໄຟ​ໄທ-ລາວ ແລະ ທາງ​ລົດ​ໄຟ​ລາວ-ຈີນ, ການ​ສົ່ງ​ອອກສິນຄ້າຈາກໄທໄປຈີນ ໂດຍ​ຜ່ານ​ທາງ​ບົກ​ຈະ​ເພີ່ມ​ຂຶ້ນ 17% ໃນ​ປີ​ນີ້ ແລະ ຈະມີເຖິງ​ເກືອບ 250 ຕື້​ບາດ. ສຳ​ລັ​ບ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ປຸ໋ຍ​ເຄ​ມີ, ຢາງ​ພາ​ລາ, ຜະ​ລິດ​ຕະ​ພັນ​ກົນ​ຈັກ ແລະ ເຄື່ອງໄຟຟ້າ ແລະ ສິນ​ຄ້າ​ອື່ນໆ​ ລະ​ຫວ່າງ​ຈີນ-ລາວ-ໄທ​ ແລ້ວ, ຖ້າຂົນ​ສົ່ງ​ຜ່ານ​ທາງ​ລົດ​ໄຟ​ໝົດ​ຈະ​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງຫຼຸດ​ລົງ​ຢ່າງ​ຫຼ​ວງຫຼາຍ ແລະ ມີປະ​ສິດ​ທິ​ພາບສູງຂຶ້ນກວ່າເກົ່າ​.

ທາງ​ລົດ​ໄຟເຊື່ອມຕໍ່ ຈີນ-ລາວ-ໄທ ສາມາດ​ເຊື່ອມ​ຕໍ່​ນະ​ຄອນ​ຄຸນ​ໝິງ, ສິບ​ສອງ​ພັນ​ນາ, ຫຼວງ​ພະ​ບາງ, ວຽງ​ຈັນ, ບາງກອກ ແລະ ເມືອງທ່ອງ​ທ່ຽວ​ອື່ນໆ​ ທີ່​ມີ​ຊື່​ສຽງ, ເຮັດໃຫ້ສາ​ມາດ​ “​ອອກ​ເດີນ​ທາງ​ໃນ​ຕອນ​ເຊົ້າ ແລະ ຮອດ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຕອນ​ແລງ”. ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ ເຊັ່ນຍົກ​ເວັ້ນ​ວີ​ຊາເປັນຕົ້ນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຂ້າມຊາຍ​ແດນ​ໃນ​ພາກ​ພື້ນ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ. ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ​ກ່ຽວ​ກັບ​ຮ້ານ​ອາ​ຫານ, ໂຮງແຮມ, ການ​ຊື້​ເຄື່ອງ, ການ​ບັນ​ເທິງ ແລະ​ອື່ນໆ ເຊິ່​ງ​ຈະ​ຊ່ວຍສ້າງ​ລາຍ​ຮັບ​ດ້ານ​ເສດ​ຖະ​ກິດ ແລະ ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ທ້ອງ​ຖິ່ນ​ ຕື່ມອີກ.

ການ​ຄ້າ​ຈີ​ນ-ລາວ​ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ ​ພາຍ​ໃຕ້​ການ​ຊ່ວຍ​ຊູ​ຍູ້​ໜູນ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ, ສ່ວນ​ການ​ຊຸກ​ຍູ້​ການ​ກໍ່​ສ້າງ​ທາງລົດ​ໄຟ​ໄທ-ຈີນ​ຈະ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິ​ດ​ພາກ​ພື້ນ. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ຈີນ-ລາວ-ໄທ ບັນ​ລຸ​ຜົນ​ເປັນ​ຈິງ, ການ​ຄ້າ, ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ແລະ ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ຈະ​ໄດ້​ຮັບການ​ພັດ​ທະ​ນາ ແລະ ມີອະ​ນາ​ຄົດທີ່ກວ້າງ​ຂວາງຂຶ້ນກວ່າ​ເກົ່າ.

Cr: CMG

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version