Home ຂ່າວຕ່າງປະເທດ ນາຍົກລັດຖະມົນຕີຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ໃນປີ 2025

ນາຍົກລັດຖະມົນຕີຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ໃນປີ 2025

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການເປັນປະທານກອງປະຊຸມລັດຖະບານປະຈຳເດືອນມັງກອນ 2025 ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ນຳເປົ້າໝາຍການເຕີບໂຕ GDP ໜ້ອຍສຸດ 8% ໃນປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີມາດຖານການເຕີບໂຕໃໝ່, ຍື່ນສະເໜີຕໍ່ທຸກຂັ້ນທີ່ມີສິດອຳນາດຮັບຮອງເອົາ ເພື່ອປະຕິບັດ. ພ້ອມດຽວກັນນັ້ນ, ສະພາບການໂລກ ແລະ ພາກພື້ນ ກໍພວມມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບໂດຍກົງເຖິງ ຫວຽດນາມ, ໂດຍສະເພາະແມ່ນການສົ່ງອອກ, ການຜະລິດດຳເນີນທຸລະກິດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ວິເຄາະສະພາບການເດືອນກຸມພາ ແລະ ໃນໄລຍະຈະມາເຖິງຢ່າງໃກ້ຊິດ, ໂດຍສະເພາະແມ່ນບັນດາບັນຫາໃໝ່.

ທ່ານຊີ້ນຳຕື່ມວ່າ: ຕ້ອງເລີ່ມປະຕິບັດການຜະລິດດຳເນີນທຸລະກິດໃນທັນທີ, ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ນັບແຕ່ເດືອນທຳອິດຂອງປີ. ດັ່ງນັ້ນ, ຕ້ອງຄວບຄຸມສະພາບການແຕ່ຫົວທີ, ບັນດາກະຊວງ, ຂະແໜງການ, ລັດຖະມົນຕີ ກໍຕ້ອງຊີ້ນຳແຕ່ຫົວທີ. ຈຸດອຸດຕັນຂອງພວກເຮົາໃນປັດຈຸບັນ ແມ່ນລະບອບລະບຽບການ. ດັ່ງນັ້ນ ແຕ່ລະເດືອນ, ລັດຖະມົນຕີກະຊວງຕ່າງໆຕ້ອງລາຍງານຂົງເຂດທີ່ຕົນຄຸ້ມຄອງມີຂໍ້ຕິດຄັດຫຍັງ ເພື່ອໃຫ້ການຊີ້ນຳແກ້ໄຂໃນທັນທີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version