ວິທະຍຸກະຈາຍສຽງຫວຽດນາມ, ບັນດາປະເທດສະມາຊິກ ອົງການອະນາໄມໂລກ (WHO) ໄດ້ເລີ່ມຕົ້ນການປຶກສາຫາລື ກ່ຽວກັບການຫລຸດຜ່ອນເງິນ ເປັນຈຳນວນ 400 ລ້ານ ໂດລາສະຫະລັດ ໃນງົບປະມານ. ພາຍຫລັງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ເຊັນລັດຖະບັນຍັດຖອນ ສ.ອາເມລິກາ ອອກຈາກອົງການນີ້. ຈາກນັ້ນ ທ່ານ ເທໂດສ ແອັດຮານອມ ເກເບຣເຢຊູສ (Tedros Adhanom Ghebreyesus) ຜູ້ອຳນວຍການອົງການອະນາໄມໂລກ ໄດ້ປົກປ້ອງວຽກງານ ຂອງອົງການນີ້ ກໍ່ຄືບັນດາການປັບປຸງໃນໄລຍະມໍ່ໆມານີ້, ພ້ອມທັງຮຽກຮ້ອງໃຫ້ ສ.ອາເມລິກາ ພິຈາລະນາຄືນການຕັດສິນຖອນຕົວ ແລະ ເຂົ້າຮ່ວມການເຈລະຈາກັບ WHO ກ່ຽວກັບ ບັນດາການປ່ຽນແປງຕໍ່ໄປ. ພ້ອມທັງຊີ້ແຈ້ງວ່າ WHO ສະແດງ ຄວາມຊົມເຊີຍຕໍ່ ບັນດາຂໍ້ສະເໜີ ແລະ ແນວຄວາມຄິດຈາກ ສ.ອາເມລິກາ ກໍ່ຄື ທຸກປະເທດສະມາຊິກ ເພື່ອແນໃສ່ປັບປຸງ ປະສິດທິຜົນໃນການເຄື່ອນໄຫວ ຂອງອົງການນີ້ໃນການໜູນຊ່ວຍປະຊາຊົນໃນທົ່ວໂລກໃຫ້ດີກ່ວາເກົ່າ. ການຫລຸດຜ່ອນງົບປະມານຈະໄດ້ຮັບການປຶກສາຫາລືຢູ່ກອງປະຊຸມຢູ່ ເຊີແນວ (ສະວິດ) ທີ່ໄດ້ດຳເນີນແຕ່ວັນທີ 3 ກຸມພາ ຫາວັນທີ 11 ກຸມພາ ໃນນັ້ນມີຜູ້ຕາງໜ້າ ຂອງບັນດາອົງການສະມາຊິກຈະປຶກສາຫາລື ກ່ຽວກັບແຫລ່ງອຸປະຖຳ ແລະ ວຽກງານຂອງ WHO ໃຫ້ແກ່ໄລຍະ 2026-2027.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ