ຜົນກອງປະຊຸມສະຫຼຸບວຽກງານ ກະສິກຳ, ປ່າໄມ້ (ກປ) ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນປີ 2025 ທີ່ໄດ້ດຳເນີນໃນວັນທີ 30-31 ມັງກອນຜ່ານມາ ແມ່ນມີຄວາມໝາຍສຳຄັນໃນປີນີ້ ຊຶ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບກັນ ຕົກລົງຫຼາຍວຽກງານ ທີ່ເປັນທິດທາງໃຫ້ແກ່ຜູ້ແທນກອງປະຊຸມ ກໍຄືຂະແໜງ ກປ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ ເພື່ອໃຫ້ປີມ້ວນທ້າຍຂອງແຜນວຽກຂອງຂະແໜງ ໄດ້ມີຜົນສຳເລັດ ແລະ ປະກອບສ່ວນສຳຄັນໃນຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX.
ບັນດາວຽກງານທີ່ເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍໃນປີ 2025 ຂອງຂະແໜງ ກປ ຜ່ານການດຳເນີນກອງປະຊຸມເປັນເວລາ 2 ມື້ສາມາດສະຫຼຸບ ແລະ ຕົກລົງວຽກງານທີ່ສຳຄັນ ຊຶ່ງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານ ກປ ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ແລະ ການຈັດຕັ້ງປະຕິບັດຂອງຄະນະສະເພາະກິດ 19/ກມສພ (ຄະນະສະເພາະກິດແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ) ໂດຍສະເພາະແມ່ນການສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ການລາຍງານກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຕິດພັນກັບຂະແໜງ ການ ກປ; ໄດ້ຮັບຟັງການປະກອບຄໍາເຫັນ ແລະ ຂໍ້ສະເໜີຈາກບັນດາກົມວິຊາການຂອງກະຊວງ ກປແລະ ບັນດາກະຊວງທີ່ກ່ຽວຂ້ອງ. ພ້ອມນີ້, ກອງປະຊຸມຍັງໄດ້ເປີດກວ້າງປຶກສາຫາລືດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ມີຄໍາເຫັນກ່ຽວກັບບັນຫາຕ່າງໆທີ່ສະສົມມາ ແລະ ເປັນສິ່ງອຸດຕັນໃຫ້ແກ່ຂະແໜງ ກປ ທີ່ແກ້ໄຂຍັງບໍ່ໄດ້.
ຜ່ານການດໍາເນີນກອງປະຊຸມສາມາດສະຫຼຸບ ແລະ ຕົກລົງວຽກງານສໍາຄັນດັ່ງນີ້:
1). ກອງປະຊຸມໄດ້ເປັນເອກະພາບ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາຜົນສໍາເລັດ, ດ້ານຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈະພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຕາມເນື້ອໃນ 4 ແຜນງານຄືການຜະລິດຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຊຶ່ງຈະໄດ້ມີການເນັ້ນດ້ານໂພຊະນາການໃຫ້ຫຼາຍຂຶ້ນ; ການຜະລິດກະສິກໍາເປັນສິນຄ້າຕິດພັນກັບການປຸງແຕ່ງ ຊຶ່ງຈະໄດ້ເນັ້ນໃສ່ການຜະລິດເພື່ອໜອງໂຮງງານປຸງແຕ່ງຂັ້ນຕົ້ນເພື່ອແປຮູບຜະລິດຕະພັນກະສິກໍາ ແລະ ເພີ່ມມູນຄ່າ; ການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.
2). ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງໂດຍສະເພາະເລັ່ງໃສ່ຊຸກຍູ້ການຜະລິດປັດໄຈການຜະລິດໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການ (ຝຸ່ນ, ຫົວອາຫານສັດ…) ແລະ ສົ່ງເສີມການຜະລິດກະສິກໍາທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບເພື່ອສົ່ງອອກດ້ວຍຮູບແບບການຈັດຕັ້ງກຸ່ມການຜະລິດ, ສະມາຄົມ ແລະ ສະຫະກອນແບບໃໝ່ ໂດຍການຊຸກຍູ້ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າມາມີສ່ວນຮ່ວມໃຫ້ຫຼາຍຂຶ້ນ;
3). ວຽກງານການຜະລິດເປັນສິນຄ້າກໍຄືວຽກງານປຸງແຕ່ງ ກປ ເຫັນວ່າຍັງມີບາງຂອດທີ່ຈະຕ້ອງໄດ້ຕົກລົງເປັນເອກະພາບໃຫ້ຈະແຈ້ງກັບຂະແໜງການອຸດສາຫະກໍາ ແລະ ການຄ້າກ່ຽວກັບບັນດາລາຍການໂຮງງານປຸງແຕ່ງກະສິກໍາທີ່ໄດ້ມອບ – ໂອນ ເພື່ອເຮັດໃຫ້ການດັດສົມໂຮງງານສອດຄ່ອງກັບຄວາມສາມາດຕົວຈິງໃນການສະໜອງວັດຖຸດິບສົ້ນເຂົ້າ ແລະ ສົ້ນອອກ, ການສະໜອງວັດຖຸດິບໃຫ້ໂຮງງານ, ເວົ້າລວມຕ້ອງໄດ້ເອົາໃຈໃສ່ຕື່ມຂອດການຜະລິດວັດຖຸດິບ – ການປຸງແຕ່ງຕິດພັນກັບການຕະຫຼາດ;
4). ວຽກງານຄຸ້ມຄອງຊັບພະຍາກອນປ່າໄມ້ຈະໄດ້ເອົາໃຈໃສ່ຄຸ້ມຄອງ 3 ປະເພດປ່າ ໂດຍແນໃສ່ການຮັກສາປ່າທີ່ມີຢູ່ໃນປັດຈຸບັນໃຫ້ມີເນື້ອທີ່ດິນປ່າໄມ້ ແລະ ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ການອອກໃບທະບຽນທີ່ດິນໃນ 3 ປະເພດປ່າ ແລະ ກໍານົດເຂດທີ່ດິນປ່າໄມ້ໃຫ້ຈະແຈ້ງລວມທັງການຄຸ້ມຄອງໂຮງງານປຸງແຕ່ງໄມ້, ການປູກໄມ້ ແລະ ການສ້າງລາຍຮັບຈາກສິນເຊື່ອກາກບອນ ແລະ ການທ່ອງທ່ຽວທໍາມະຊາດເພື່ອສ້າງວຽກເຮັດງານທໍາໃຫ້ກັບຄົນທ້ອງຖິ່ນ;
5). ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຫັນວ່າຂອດການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງຍັງບໍ່ທັນໂລ່ງລຽນເທົ່າທີ່ຄວນ ຊຶ່ງຕ້ອງໄດ້ຜັນຂະຫຍາຍບັນດາຜົນຂອງການປືກສາຫາລື ແລະ ທິດຊີ້ນໍາຂອງຄະນະຊີ້ນໍາຂັ້ນສູນກາງຕາມຂໍ້ຕົກລົງ 121/ນຍ. ນອກຈາກນີ້, ຕ້ອງໄດ້ສືບຕໍ່ປັບປຸງດໍາລັດ 348/ນຍລົງວັນທີ 16 ພະຈິກ 2017, ໂດຍສະເພາະບັນດາຕົວຊີ້ວັດຕ່າງໆໃຫ້ສອດຄ່ອງແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ໃຫ້ສອດຄ່ອງກັບບັນດານິຕິກໍາທີ່ກ່ຽວຂ້ອງຕື່ມ ເປັນຕົ້ນແມ່ນຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ລົງວັນທີ 18 ກຸມພາ 2020, ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບເລກທີ 45/ສພຊ ລົງວັນທີ 15 ມິຖຸນາ 2018;
6). ສໍາລັບວຽກງານການລົງທຶນໃນຂະແໜງການຈະໄດ້ຄົ້ນຄວ້າປັບປຸງ ແລະ ຫຼຸດຂັ້ນຂອດຕ່າງໆເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການເຂົ້າມາລົງທຶນໃນຂະແໜງການໃຫ້ຫຼາຍຂຶ້ນ. ໃນນີ້, ອັນສໍາຄັນພາກລັດຈະຕ້ອງໄດ້ມີສ່ວນຮ່ວມໃນການຄຸ້ມຄອງຄຸນນະພາບ ຫຼື ມາດຕະຖານຂອງຜົນຜະລິດ, ຄວາມເປັນທໍາດ້ານລາຄາຕໍ່ຜູ້ຜະລິດ, ຕາຊັ່ງ, ຂອດການຂົນສົ່ງ ແລະ ອື່ນໆເປັນຕົ້ນແມ່ນການນໍາໃຊ້ຕູ້ຂົນສິນຄ້າລົດໄຟລາວ-ຈີນ ຊຶ່ງໄລຍະຜ່ານມາເຫັນວ່າຍັງມີຄວາມຫຍຸ້ງຍາກ ແລະ ຕົ້ນທຶນສູງ;
7). ນອກນັ້ນ, ກອງປະຊຸມມີການມອບຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມຕົ້ນຕໍໃຫ້ບັນດາພະແນກ ກປ ຂັ້ນແຂວງໃນການຈັດຕັ້ງປະຕິບັດທິດທາງແຜນການປີ 2025 ເພື່ອຮັບປະກັນການຄໍ້າປະກັນດ້ານສະບຽງອາຫານ, ຫຼຸດຜ່ອນການນໍາເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກ ໂດຍຕິດພັນກັບການປຸງແຕ່ງ ແລະ ເພີ່ມມູນຄ່າໄປຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ ເປັນຕົ້ນໂຕເລກຄາດໝາຍສໍາລັບການຜະລິດຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ; ປະເພດພືດບຸລິມະສິດ ແລະ ໂຄຕ້າການລ້ຽງງົວເພື່ອການຜະລິດເປັນສິນຄ້າ; ໂຕເລກຄາດໝາຍເພື່ອຄຸ້ມຄ້ອງ ແລະ ປົກປັກຮັກສາປ່າໄມ້, ໂຕເລກຄາດໝາຍວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.
ທັງໝົດກໍແມ່ນບາງຈຸດສໍາຄັນທີ່ກອງປະຊຸມໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນ, ເພື່ອເປັນທິດທາງໃຫ້ແກ່ຜູ້ແທນກອງປະຊຸມ ກໍຄືຂະແໜງ ກປ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍຕາມຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.