Home ຂ່າວຕ່າງປະເທດ ມຽນມາ ປັບປຸງຄະນະກຳມະການບໍລິຫານປະເທດ

ມຽນມາ ປັບປຸງຄະນະກຳມະການບໍລິຫານປະເທດ

0

ວິທະຍຸສາກົນແຫ່ງ ສປ ຈີນ, ຄະນະກຳມະການບໍລິຫານປະເທດມຽນມາ ໄດ້ອອກຄຳສັ່ງຫລາຍຢ່າງເພື່ອປັບປຸງ, ສັບຊ້ອນ ຄະນະກຳມະການບໍລິຫານປະເທດ ແລະ ແຕ່ງຕັ້ງຄະນະກຳມະການ 16 ທ່ານ, ໃນນັ້ນ, ທ່ານ ມິນ ອອງລາຍ ສືບຕໍ່ດຳລົງຕຳແໜ່ງເປັນປະທານຄະນະກຳມະການບໍລິຫານປະເທດ. ພ້ອມດຽວກັນນັ້ນ, ຄະນະກຳມະການບໍລິຫານປະເທດມຽນມາ ຍັງໄດ້ປັບປຸງຄະນະລັດຖະບານສະຫະພາບມຽນມາ, ທ່ານ ມິນອອງລາຍ ສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີມຽນມາ. ຕາມຂ່າວແຈ້ງວ່າ: ການປັບປຸງຄະນະລັດຖະບານຄັ້ງນີ້ມີລັດຖະມົນຕີຫລາຍທ່ານ ຖືກສັບຊ້ອນ ແລະ ແຕ່ງຕັ້ງໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version