Home ແຈ້ງການສໍາຄັນ ພະຍາກອນອາກາດ ປະຈໍາວັນທີ 05 ກຸມພາ 2025

ພະຍາກອນອາກາດ ປະຈໍາວັນທີ 05 ກຸມພາ 2025

0

ມວນອາກາດໜາວເຢັນທີ່ປະເທດຈີນ ຍັງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍຢຸ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະມີລົມພັດແຮງຢູ່ເກືອບທົ່ວໄປ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດທີ່ຈະໜາວເຢັນຫລາຍ ແລະ ລົມ ພັດແຮງ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version