ຢ່າເປີດທໍລະທັດປະໄວ້: ເພາະນອກຈາກຈະເບີ່ງທໍລະທັດເພີນແລ້ວ ຈົນລືມຢາກນອນ ຖ້າເຜີຫຼັບແຕ່ຍັງເປີດທໍລະທັດຄ້າງໄວ້ຈະເຮັດໃຫ້ຫຼັບໄດ້ຍາກຂື້ນ.
ຄວນຫຼີກລ້ຽງ ການດື່ມຊາ, ກາເຟ ແລະ ເຄື່ອງດື່ມທີ່ມີແອລກໍຮໍກ່ອນນອນ ເພາະຈະເຮັດໃຫ້ປະສາດແຂງນອນບໍ່ຫຼັບ.
ຢ່າເປີດໄຟໄວ້ໝົດຄືນ: ເພາະຕ່ອມໄຟນຽນຈະຮັບຮູ້ວ່າເປັນເວລາກາງເວັນ ຈະເຮັດໃຫ້ຢຸດຜະລິດເມລາໂທນິນ (ການຜະລິດໃນຊ່ວຍນອນຫຼັບ) ແລະ ຊ່ວຍກະຕຸ້ນການປັບປ່ຽນກົນໄກໃນຮ່າງກາຍ.
ຢ່່າຈົດຈໍ່ກັບເວລາ: ການເຝົ້າກັງວົນວ່າເດີກເທົ່າໃດແລ້ວ ຈະຍີ່ງເຮັດໃຫ້ກະວົນກະວາຍນອນຫຼັບຍາກຂື້ນ.
ຢ່າເຮັດວຽກຢູ່ຕຽງນອນ: ເພາະວຽກຈະວົນວຽນຢູ່ໃນສະໝອງເຮັດໃຫ້ກັງວົນຈົນຕາຄ້າງ.