Sunday, February 9, 2025
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 03 ກຸມພາ 2025

ສະພາບອາກາດ ວັນທີ 03 ກຸມພາ 2025

ມວນອາກາດໜາວເຢັນທີີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອທີີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດຈະເຢັນລົງຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ໃນ ແຕ່ລະພາກ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນໄລຍະ ວັນທີ 03 ຫາ 07 ກຸມພາ 2025 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບ ມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດທີີ່ຈະໜາວເຢັນຫລາຍ ແລະ ລົມພັດແຮງ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມ ໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments