Tuesday, January 14, 2025
Homeຂ່າວໜ້າໜຶ່ງສະຫລຸບຂ່າວເດັ່ນດ້ານການເມືອງທີ່ເກີດຂຶ້ນຢູ່ ສປປ ລາວ ໃນ ປີ 2024

ສະຫລຸບຂ່າວເດັ່ນດ້ານການເມືອງທີ່ເກີດຂຶ້ນຢູ່ ສປປ ລາວ ໃນ ປີ 2024

1). ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ກະຊວງການຕ່າງປະເທດລາວຮັບກຽດເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 24-27 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ທົບທວນຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາບຸລິມະສິດການເປັນປະທານອາຊຽນຂອງລາວ ທີ່ປິ່ນອ້ອມຄໍາຂວັນ: ເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເປັນຕົ້ນ: ການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ປີ 2045 ທີ່ປະກອບດ້ວຍ ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງ ຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມຄັ້ງນີ້, ຍັງໄດ້ເປິກສາຫາລືກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງ ໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ ອານເຊີຣີ, ແຟັງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນເວລາມໍ່ໆນີ້. ນອກ ຈາກນີ້, ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດ ຄໍາຕົກ ລົງ 5 ຂໍ້ຂອງຜູ້ນໍາອາ ຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ. ກອງປະຊຸມລະດັບລັດຖະມົນຕີຕ່າງ ປະເທດຄັ້ງນີ ຍັງມີກອງປະ ຊຸມປີ່ນອ້ອມຕື່ມອີກທັງໝົດ 25 ກອງປະຊຸມ.

2). ນະຄອນຫລວງວຽງຈັນ ເປັນເຈົ້າພາບຈັດກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະ ມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ລະຫວ່າງວັນທີ 16-20 ກັນຍາ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ຊຶ່ງສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງລາວໃນປີ 2024 ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ກອງປະຊຸມໄດ້ກໍານົດ 5 ຂົງເຂດວຽກງານທີ່ສໍາຄັນ ເພື່ອນໍາມາເປິກສາຫາລື ຄື: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດ ລ້ອມ; ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ.

3). ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56 ທີ່ລາວເປັນເຈົ້າພາບຈັດຂຶ້ນຢູ່ນະຄອນຫຼວງວຽງຈັນລະຫວ່າງວັນທີ 16-22 ກັນ ຍາ 2024. ລັດຖະມົນຕີເສດຖະກິດອາຊຽນໄດ້ຮັບຮອງຖະແຫຼງການອາຊຽນ ວ່າດ້ວຍການເຊື່ອມຈອດຕ່ອງໂສ້ການສະໜອງ, ຖະແຫຼງການນີ້ເປັນການຢືນຢັນຄຳໝັ້ນສັນຍາຂອງອາຊຽນຄືນໃໝ່ເພື່ອສົ່ງເສີມນະວັດຕະກຳ, ການແຂ່ງຂັນ, ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງໃນພາກພື້ນ. ບັນດາລັດຖະມົນຕີເສດຖະກິດ ໄດ້ຮັບຮອງເອົາຄຳແນະນຳໃນການປັບ ປຸງສັນຍາແຜນວຽກຂອງອາຊຽນ ວ່າດ້ວຍການຮ່ວມມືທາງດ້ານຊັບສິນທາງປັນຍາ ໂດຍຄາດວ່າການເຈລະ ຈາປັບປຸງສັນຍາດັ່ງກ່າວຈະສາມາດເລິ່ມຕົ້ນໄດ້ໃນປີ 2025. ກອງປະຊຸມຍັງຮູ້ສຶກຍິນດີຕໍ່ກັບຄວາມຄືບໜ້າອັນສຳຄັນທີ່ຈະນຳໄປສູ່ການສະຫຼຸບການເຈລະຈາປັບ ປຸງສັນຍາເຂດການຄ້າເສລີອາຊຽນ- ຈີນ ແລະ ເປັນການຢັ້ງຢືນຄືນໃໝ່ຕໍ່ຄຳໝັ້ນສັນຍາຮ່ວມກັນກັບຈີນ ເພື່ອໃຫ້ສາມາດບັນລຸການສະຫຼຸບທີ່ມີເນື້ອໃນສຳຄັນຂອງການເຈລະຈາພາຍໃນປີນີ້ ຊຶ່ງເປັນການຍົກລະດັບການພົວພັນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງອາຊຽນ ແລະ ຈີນ ໄປສູ່ລະດັບທີ່ສູງຂຶ້ນ. ກອງປະຊຸມຄັ້ງນີ້ຍັງໄດ້ເປິກສາຫາລືເຖິງວິທີ ການທີ່ຈະປັບປຸງການຄ້າພາຍໃນອາຊຽນ, ໂດຍສະເພາະການຜ່ານມາດຕະການອຳ ນວຍຄວາມສະດວກດ້ານການຄ້າ ແລະ ການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າຂອງອາຊຽນ.

4). ລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ລວມທັງບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ລະຫວ່າງວັນທີ 8-11 ຕຸລາ 2024 ຢູ່ນະຄອນ ຫຼວງວຽງຈັນ. ໃນພິທີເປີດກອງປະຊຸມ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະຫຼອດໄລຍະ 57 ປີ ຜ່ານມາ ໂດຍສະ ເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກ ສາ ແລະສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ສ່ວນທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໃນນາມປະທານອາຊຽນ ໄດ້ຢໍ້າເຖິງຄວາມສຳຄັນຂອງການເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມ ແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ ຊຶ່ງເປັນອົງການຊາວໜຸ່ມພາກພື້ນທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ ໂດຍມີຜົນງານປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງບັນດາຊາວໜຸ່ມອາຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະ ລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ. ສໍາຫຼັບປະເທດລາວເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນ ດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024.

5). ລາວ ສໍາເລັດການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ລະຫວ່າງ ວັນທີ 17-23ຕຸລາ 2024, ພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ’’ ກອງປະຊຸມຄັ້ງນີ້ໄດ້ຈັດກອງປະຊຸມປີ່ນອ້ອມທັງ

ໝົດ 11 ກອງປະຊຸມ. ໃນກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ບັນດາປະທານລັດຖະສະພາ ແລະ ຫົວໜ້າຄະນະຜູ້ແທນແຕ່ລະປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງຜູ້ນຳລັດຖະສະພາສະ ມາຊິກໄອປາ ທີ່ຈະຕ້ອງເພີ່ມທະວີບົດບາດລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ. ໃນກອງປະ ຊຸມກຳມາທິການປະຈຳຕ່າງໆ ຂອງໄອປາ ໄດ້ລົງເລີກຄົ້ນຄວ້າເປິກສາຫາລື, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 37 ສະບັບ. ໃນນີ້, ຂົງເຂດການເມືອງມີ 4 ສະບັບ, ຂົງເຂດເສດຖະກິດ 8 ສະບັບ, ຂົງເຂດສັງຄົມ5 ສະບັບ, ວຽກງານເພດຍິງ 2 ສະບັບ, ວຽກງານຊາວໜຸ່ມ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນໄອປາ 15 ສະບັບ. ຕອນທ້າຍຂອງກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາໄອປາ ໄດ້ລົງນາມຖະ ແຫລງການຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45. ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງນີ້, ຍັງໄດ້ພິຈາລະນາຮັບຮອງເອົາປະເທດມາເລເຊຍ ເປັນເຈົ້້າພາບຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງຕໍ່ໄປໃນປີ 2025.

6). ຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະ ເທດ ຮ່ວມກັບສູນກາງແນວລາວສ້າງຊາດ ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງ ປະເທດຄັ້ງປະຖົມມະລຶກພາຍໃຕ້ຫົວ ຂໍ້ “ຮັກບ້ານເກີດ” ໃນວັນທີ 12 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ. ກອງປະຊຸມນີ້, ເປັນເວທີເພື່ອສ້າງໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ມີໂອກາດຫວນກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ ແລະ ພົບປະແລກປ່ຽນຄຳຄິດເຫັນເຊິ່ງກັນແລະກັນ, ຮັດແໜ້ນການຮ່ວມມືລະຫວ່າງພີ່ ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ, ຜູ້ທີ່ມາດຳລົງຊີວິດຢູ່ລາວ ແລະ ຊາວລາວຢູ່ໃນປະເທດ, ເປີດກວ້າງການເຜີຍແຜ່ຂໍ້ມູນຂ່າວສານອັນຖືກຕ້ອງເປັນຈິງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນແຕ່ລະໄລຍະ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພີ່ນ້ອງເຊື້ອຊາດລາວ ທີ່ມີຄວາມສົນໃຈໃນການເຂົ້າມາລົງທຶນຢູ່ລາວ. ປັດຈຸບັນພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ມີປະມານ981.900 ຄົນ ໂດຍອາໄສຢູ່ຫລາຍກວ່າ 18 ປະເທດໃນທົ່ວໂລກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຊ່ວຍເຫລືອ ແລະ ຖືວ່າພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວໄດ້, ເປັນກຳລັງແຮງທີ່ສຳຄັນອັນໜຶ່ງ ໃນພາລະ ກິດສ້າງສາ ແລະ ພັດທະນາປະເທດຊາດ.

7). ສໍາມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ XI ພາຍໃຕ້ຫົວຂໍ້ ປ່ຽນແປງໃໝ່ຈິນຕະນາການ ໃນການສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ ບົດຮຽນລາວ ແລະ ຫວຽດນາມ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ທີ່ແຂວງຫລວງພະບາງ. ຫົວຂໍ້ການສຳມະນາຄັ້ງນີ້, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກຳ, ເປັນບັນຫາທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ເປັນບັນ ຫາທີ່ສັງຄົມໃຫ້ຄວາມສົນໃຈຫລາຍ. ໃນໄລຍະຜ່ານມາ, ພັກເຮົາໄດ້ວາງແນວທາງ ການພັດທະນາ ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງສັງ ລວມ ເພື່ອສ້າງການຫັນປ່ຽນໃນການພັດທະນາ, ຮັບປະກັນໃຫ້ເສດຖະກິດເຕີບໂຕ ດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງພື້ນຖານການຜະລິດ ແລະ ການບໍລິ ການທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການພັດທະນາຕາມທິດສີຂຽວຍືນຍົງ ແລະ ເປັນເຈົ້າຕົນເອງ. ສຳຫຼັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຂະບວນວິວັດແຫ່ງການພັດທະນາປະເທດຊາດ ຕາມເສັ້ນ ທາງກ້າວຂຶ້ນສັງຄົມນິຍົມ ບົດຮຽນຢູ່ລາວ ແລະ ຫວຽດນາມ ມີເນື້ອໃນກວ້າງຂວາງ ແລະ ກວມລວມຫລາຍບັນຫາ, ຕ້ອງໄດ້ຄົ້ນຄວ້າ, ວິໄຈຢ່າງເລິກເຊິ່ງ ຊັດເຈນ ແລະ ເບິ່ງບັນຫາຢ່າງພາວະວິໄສ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານຄວາມຄືບໜ້າການປັບປຸງລັດຖະທຳມະນູນ ປີ 2015 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ພະ ຈິກ 2024 ໂດຍຊີ້ໃຫ້ເຫັນວ່າ: ການປັບປຸງລັດຖະທຳມະນູນ ສະບັບປີ 2015 ແນໃສ່ປັບປຸງລະບົບອຳນາດລັດ ໃຫ້ມີປະ ສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກໍາທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່; ການປັບປຸງລັດຖະທຳມະ ນູນຄັ້ງນີ້ ຕົ້ນຕໍແມ່ນສຸມໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນສະໄໝທີ XII ຂອງພັກ ແຕ່ຫາກບໍ່ແມ່ນການປັບປຸງເນື້ອໃນທັງໝົດຂອງລັດຖະ ທຳມະນູນ. ລັດຖະທຳມະນູນ ສະບັບປີ 2015 ປະກອບມີ 14 ໝວດ ແລະ 119 ມາດ ຕາ, ສຳລັບຮ່າງລັດຖະທຳມະນູນ ສະບັບປັບປຸງໃໝ່ ປະກອບມີ 14 ໝວດ ແລະ 122 ມາດຕາ. ໃນນີ້, ໄດ້ປັບປຸງ 48 ມາດຕາ ເພີ່ມໃໝ່ 5 ມາດຕາ ແລະ ຮັກສາໄວ້ 69 ມາດຕາ.

9). ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂື້ນລະ ຫວ່າງວັນທີ 18 ພະຈິກ ຫາ 12 ທັນວາ 2024. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2024 ແລະ ແຜນ ການປີ 2025 ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ; ແຜນການລົງທຶນຂອງລັດປະຈຳປີ 2025, ແຜນຈັດສັນງົບ ປະມານໃຫ້ກະຊວງ, ອົງການ, ທ້ອງຖິ່ນປະຈຳປີ 2025 ແລະ ການດັດແກ້ແຜນງົບປະມານແຫ່ງລັດປະຈໍາປີ 2024. ພິຈາລະ ນາ ແລະ ຮັບຮອງເອົາການປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ 4ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງ ດື່ມທີ່ມີທາດເຫລົ້າ, ກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ. ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2040 ແລະ ແຜນຍຸດທະ ສາດການຄຸ້ມຄອງ ແລະ ພັດ ທະນາທີ່ດິນກະສິກຳຮອດປີ 2030. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງມາດຕາ 18 ຂອງກົດໝາຍວ່າດ້ວຍການລົງ ທຶນຂອງລັດ ສະບັບປັບປຸງປີ 2015.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments