Home ຂ່າວຕ່າງປະເທດ ຣັດເຊຍ ສົ່ງອອກອາຍແກັສທຳມະຊາດ ໄປຍັງເອີຣົບ ເພີ່ມຂຶ້ນປະມານ 20%

ຣັດເຊຍ ສົ່ງອອກອາຍແກັສທຳມະຊາດ ໄປຍັງເອີຣົບ ເພີ່ມຂຶ້ນປະມານ 20%

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 25 ທັນວານີ້, ທ່ານ ອາເລັກ ຊານເດີ ໂນວັກ, ຮອງນາຍົກລັດຖະມົນຕີຣັດເຊຍ ກ່າວວ່າ: ນັບແຕ່ເດືອນມັງກອນ ຫາເດືອນ ພະຈິກປີນີ້, ຍອດຈຳນວນອາຍແກັສທຳ​ມະ​ຊາດທີ່ຣັດ​ເຊຍ ​ສົ່ງອອກໄປ​ຍັງ​ປະ​ເທດເອີຣົບ ​ໄດ້​ຫລາຍກວ່າ 50 ຕື້​ແມັດ​ກ້ອນເພີ່ມ​ຂຶ້ນ 18% ຫາ 20% ​ເມື່ອທຽບໃສ່ ປີ2023. ເຖິງແມ່ນວ່າຣັດເຊຍ ຜະເຊີນໜ້າກັບ ຄວາມກົດດັນຈາກການລົງໂທດກໍຕາມ, ແຕ່ຕະຫລາດຍັງມີຄວາມຕ້ອງການຕໍ່ອາຍແກັສທໍາມະຊາດຂອງຣັດເຊຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version