ກົມສື່ມວນຊົນ ຮ່ວມກັບ ອົງການ Unicef ປະຈໍາລາວ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ຈັດກອງປະຊຸມສະມາຊິກມີເດຍລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ການສົ່ງເສີມສະຫວັດດີການຂອງແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນການສັກວັກຊິນກັນມະເຮັງປາກມົດລູກ ແລະ ການແຕ່ງດອງກ່ອນໄວອັນຄວນ.
![](https://medialaos.net/wp-content/uploads/2024/12/fb833d0b-4d09-45b7-80dd-dd7b6988a39c-1024x472.jpg)
ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 9 ປີ ຂອງການເຄື່ອນໄຫວວຽກງານຂອງ ມີເດຍລາວ ພ້ອມທັງສະຫຼຸບຕີລາຄາຜົນງານຕະຫຼອດໄລຍະຜ່ານມາຂອງສະມາຊິກໃນ 17 ແຂວງ ນອກນັ້ນ ຍັງເພື່ອເປັນການປຶກສາຫາລືວຽກງານສະຫວັດດີການຂອງແມ່ຍິງ ແລະ ເດັກ ການສັກວັກຊີນປ້ອງກັນມະເຮັງປາກມົດລູກ ແລະ ການແຕ່ງດອງກ່ອນໄວອັນຄວນ.
![](https://medialaos.net/wp-content/uploads/2024/12/88e77abe-1112-4059-8254-4909d55ba89b-1024x682.jpg)
ກອງປະຊຸມຄັ້ງນີ້ສະມາຊິກມີເບຍລາວໃນ 17 ແຂວງ ໄດ້ຂຶ້ນປະກອບຄໍາເຫັນຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະ 9 ປີ ຜ່ານມາ ພ້ອມທັງນໍາສະເໜີສິ່ງທ້າທາຍເພື່ອພ້ອມກັນຊອກຫາວິທີປັບປຸງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງວຽກງານໃຫ້ໄດ້ຮັບປະສິດທິຜົນ.
![](https://medialaos.net/wp-content/uploads/2024/12/469975975_122131238036388511_2339705253319489019_n.jpg)
ກອງປະຊຸມຄັ້ງນີ້ຈັດຂຶ້ນທີ່ພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ທ່ານ ໄຊມອນ ນາເຊີ ຫົວໜ້າພະແນກໂຄສະນາສື່ສານມວນຊົນ ອົງການ Unicef ປະຈໍາລາວ ເຂົ້າຮ່ວມມີ ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ.