Home ຂ່າວພາຍໃນ ທ່ານ ບຸນໂຈມ ອຸບົນປະເສີດ ຕິດຕາມສະພາບນ້ຳຖ້ວມຂັງໃນເທສະບານນະຄອນໄກສອນພົມວິຫານ

ທ່ານ ບຸນໂຈມ ອຸບົນປະເສີດ ຕິດຕາມສະພາບນ້ຳຖ້ວມຂັງໃນເທສະບານນະຄອນໄກສອນພົມວິຫານ

0

ໃນວັນທີ 20 ກັນຍາ 2024 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທ່ານຫົວໜ້າພະແນກແຜນການ-ການລົງທຶນ, ພະແນກໂຍທາທິການ-ຂົນສົ່ງ, ຫ້ອງວ່າການແຂວງ, ການນຳນະຄອນໄກສອນພົມວິຫານ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມຂັງພາຍໃນເທສະບານນະຄອນ ໂດຍສະເພາະໃນຈຸດທີ່ມັກເກີດການຖ້ວມຂັງ ຈາກນີ້, ກໍ່ໄດ້ລົງຕິດຕາມເບິ່ງປະຕູລະບາຍນ້ຳຈຸດຕ່າງໆພາຍໃນນະຄອນ ແລະລຽບຕາມແມ່ນ້ຳຂອງ.

ໂອກາດນີ້, ທ່ານ ເຈົ້າແຂວງ ກໍ່ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ແລະການນຳນະຄອນໄກສອນພົມວິຫານ ໃຫ້ເລັ່ງແກ້ໄຂສະພາບນ້ຳຖ້ວມຂັງຢ່າງທັນການ ໂດຍສະເພາະໃນຈຸດທີ່ແກ້ໄຂໄດ້ກ່ອນ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນໃນນະຄອນໄກສອນພົມວິຫານຂອງພວກເຮົາ. ເຊິ່ງໃນການລົງຕິດຕາມກວດກາໃນຄັ້ງນີ້, ເຫັນວ່າຫຼາຍຈຸດໃນນະຄອນ ພົບກັບບັນຫານ້ຳຖ້ວມຂັງ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ນ້ຳຍູ້, ໄຫຼບໍ່ທັນ ແລະເຂົ້າຖ້ວມຖະໜົນຫົນທາງ ແລະບ້ານເຮືອນຂອງປະຊາຊົນ ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະໃຫ້ທິດຊີ້ນຳໃນການແກ້ໄຂບັນຫານີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version