Home ແຈ້ງການສໍາຄັນ ພະຍາກອນອາກາດ ປະຈໍາວັນທີ 09 ກັນຍາ 2024, ເວລາ 12:00 ໂມງ

ພະຍາກອນອາກາດ ປະຈໍາວັນທີ 09 ກັນຍາ 2024, ເວລາ 12:00 ໂມງ

0

ຍ່ອມຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ບັນດາແຂວງພາກເໜືອ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້ຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version