Tuesday, September 17, 2024
Homeຂ່າວພາຍໃນ3 ແຂວງ 3 ປະເທດ ຮ່ວມມືດ້ານວຽກງານສົ່ງເສີມການທ່ອງທ່ຽວ

3 ແຂວງ 3 ປະເທດ ຮ່ວມມືດ້ານວຽກງານສົ່ງເສີມການທ່ອງທ່ຽວ

____________________

ກອງປະຊຸມສົ່ງເສີມການທ່ອງທ່ຽວ ລະຫວ່າງ 3 ແຂວງ ຂອງ 3 ປະເທດຄື: ແຂວງຄຳມ່ວນ ສປປ ລາວ, ແຂວງກວາງບິ່ງ ສສ ຫວຽດນາມ ແລະ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ຈັດຂຶ້ນໃນວັນທີ 30 ສິງຫາ 2024 ຢູ່ທີ່ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄຳມ່ວນ, ທ່ານ ຫວູ໋ ດາຍ ຖັ່ງ ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ແຂວງກວາງບິ່ງ, ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການ ຈັງຫວັດນະຄອນພະນົມ, ພ້ອມດ້ວຍການນຳຂອງແຂວງ, ພະແນກການ, ຂະແໜງການພາກລັດ ແລະ ພາກທຸລະກິດ ຜູ້ປະກອບການດ້ານການທ່ອງທ່ຽວ ຂອງ 3 ແຂວງເຂົ້າຮ່ວມ.

ໂດຍອີງຕາມຜົນສຳເລັດໃນວຽກງານການຈັດຕັ້ງປະຕິບັດບັນດາບົດບັນທຶກກອງປະຊຸມຂັ້ນສູງ 3 ປະເທດ 9 ແຂວງ ລາວ-ຫວຽດນາມ-ໄທ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ໃນບົດບັນທຶກກອງປະຊຸມປະຈຳປີ ແລະ ເພື່ອຜັນຂະຫຍາຍເນື້ອໃນວຽກງານດັ່ງກ່າວໃຫ້ເຂົ້າສູ່ລວງເລິກ ບົນນໍ້າໃຈສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານເພື່ອພັດທະນາເສດຖະກິດສັງຄົມ ລະຫວ່າງ ອົງການປົກຄອງບັນດາ ແຂວງຄຳມ່ວນ (ສປປ ລາວ), ແຂວງກວາງບິ່ງ (ສສ ຫວຽດນາມ), ນະຄອນພະນົມ (ຣາຊະອານາຈັກໄທ). ກອງປະຊຸມສົ່ງເສີມການທ່ອງທ່ຽວລະຫວ່າງ 3 ແຂວງ ໄດ້ຈັດຂຶ້ນ ທີ່ແຂວງຄໍາມ່ວນ ສປປ ລາວ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄຳມ່ວນ, ພະແນກທ່ອງທ່ຽວແຂວງກວາງບິ່ງ ແລະ ສໍານັກງານການທ່ອງທ່ຽວ ແລະ ກິລາ ຈັງຫວັດນະຄອນພະນົມ ໄດ້ປຶກສາຫາລື, ແລກປ່ຽນ ແລະ ຕົກລົງເອກະພາບ ພ້ອມທັງລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວຄື: ແຕ່ລະຝ່າຍ ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິກ່ຽວກັບຮູບແບບການເຄື່ອນໄຫວການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ, ແລກປ່ຽນບົດຮຽນການຄຸ້ມຄອງການທ່ອງທ່ຽວຂອງພາກສ່ວນລັດ (ການເດີນທາງ, ໂຮງແຮມ, ການຂົນສົ່ງນັກທອ່ງທ່ຽວ, ການບໍລິການທ່ອງທ່ຽວ) ແນໃສ່ການປັບປຸງຍົກສູງໃນການປະຕິບັດວຽກງານການຄຸ້ມຄອງນັກທ່ອງທ່ຽວຂອງທ້ອງຖີ່ນ. ປະສານສົມທົບໃນການຝຶກອົບຮົມ ແລະ ບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ເສີມຂະຫຍາຍຄວາມຮູ້ດ້ານວິຊາຊີບການທ່ອງທ່ຽວໃຫ້ແກ່ການຄຸ້ມຄອງຄອງພະນັກງານ ທີ່ເຮັດວຽກຢູ່ສະຖານທີ່ບໍລິການທ່ອງທ່ຽວ, ບົນພື້ນຖານທ່າແຮງໃນການພັດທະນາການທ່ອງທ່ຽວຂອງບັນດາແຂວງ, ແຕ່ລະຝ່າຍ ຈະຊີ້ນຳ, ຊຸກຍູ້ສະມາຄົມການທ່ອງທ່ຽວ ແລະ ທຸລະກິດທ່ອງທ່ຽວ ສ້າງຜະລິດຕະພັນການທ່ອງທ່ຽວໂດຍຜ່ານເສັ້ນທາງ 3 ແຂວງ ແລະ ສ້າງເງື່ອນໄຂໃຫ້ສະມາຄົມການທ່ອງທ່ຽວ, ບັນດານັກທຸລະກິດໃນການນໍາສະເໜີ ແລະ ຈຳໜ່າຍຜະລິດຕະພັນການທ່ອງທ່ຽວ ລະຫວ່າງແຂວງ, ນະຄອນ ທີ່ມີ ແລະ ແທດເໝາະກັບຄວາມນິຍົມ ແລະ ເປັນທີ່ຕ້ອງການຂອງຕະຫຼາດກຸ່ມເປົ້າໝາຍ, ແຕ່ລະຝ່າຍ ປະສານສົມທົບ, ສົ່ງ ເສີມ ແລະ ແນະນຳຮູບພາບຂອງແຂວງເຊິ່ງກັນ ແລະ ກັນ ໂດຍຜ່ານການໂຄສະນາທາງສືຕ່າງໆເຊັ່ນ: (ຈໍ LED, ປ້າຍໂຄສະນາຂະໜາດໃຫ່ຍ) ຈໍດີຈີຕ໋ອນຂອງຂະແໜງການທ່ອງທ່ຽວ ແລະ ບັນດາພະແນກການ, ຂະແໜງ ການ, ຫົວໜ່ວຍທຸລະກິດຕ່າງໆຂອງແຂວງ, ເພີ່ມທະວີການຮ່ວມມື ລະຫວ່າງສະມາຄົມການທ່ອງທ່ຽວ ແລະ ທຸລະກິດການທ່ອງທ່ຽວ ເພື່ອນຳສະເໜີຕໍ່ພາບລັກ, ຜະລິດຕະພັນການທ່ອງທ່ຽວທີ່ມີເອກະລັກ, ຂໍ້ມູນສະຖານທີ່ໃຫ້ແກ່ນັກທ່ອງທ່ຽວ, ເຂົ້າຮ່ວມບັນດາການເຄື່ອນໄຫວການທ່ອງທ່ຽວ ແລະ ກິດຈະກໍາຕ່າງໆຂອງ 3 ແຂວງຈັດຕັ້ງຂຶ້ນ, ແຕ່ລະຝ່າຍ ຈະອຳນວຍຄວາມສະດວກໃຫ້ບັນດາບໍລິສັດທ່ອງທ່ຽວຂອງ 3 ປະເທດ ແລະ 3 ແຂວງ ຈັດຕັ້ງບັນດາໂຄງການທ່ອງທ່ຽວຮ່ວມກັນ ທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ແລະ ກົດໝາຍວ່າດ້ວຍການທ່ອງທ່ຽວ ຂອງແຕ່ລະປະເທດ, ແຕ່ລະຝ່າຍ ຈະຊ່ວຍຊຸກຍູ້ສົ່ງເສີມໃຫ້ ພາກທຸລະກິດທ່ອງທ່ຽວ ໄດ້ມີການພົວພັນຮ່ວມມືປະສານງານແລກປ່ຽນບົດຮຽນຮ່ວມກັນເປັນປົກກະຕິ, ແຕ່ລະປີ ທັງສາມຝ່າຍເຫັນດີ ຈັດຕັ້ງການກວດກາສະຫຼຸບຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວການຮ່ວມມືໃນກອງປະຊຸມຂັ້ນສູງ 3 ປະເທດ 9 ແຂວງ: ລາວ-ຫວຽດນາມ-ໄທ ທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ ເລກທີ 12 ຫຼື ກອງປະຊຸມສົ່ງເສີມການທ່ອງທ່ຽວພາກເອກະຊົນຕາມເວລາ ແລະ ເນື້ອໃນທີ່ໄດ້ຮັບອານຸຍາດຈາກອົງການປົກຄອງ 3 ແຂວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments