Home ຂ່າວພາຍໃນ ສໍາມະນາວິຊາການຫົວຂໍ້ “ວິເຄາະສະພາບການພົ້ນເດັ່ນພາກພື້ນແລະ ສາກົນ”

ສໍາມະນາວິຊາການຫົວຂໍ້ “ວິເຄາະສະພາບການພົ້ນເດັ່ນພາກພື້ນແລະ ສາກົນ”

0

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິຊາການ ຫົວຂໍ້: “ວິເຄາະສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ” ຂຶ້ນ ວັນທີ 27 ສິງຫານີ້ ທີ່ສະຖາບັນການຕ່າງປະເທດ ໂດຍໃຫ້ກຽດເປັນປະທານດໍາເນີນກອງປະຊຸມ ຂອງທ່ານ ໄຊຍະການ ສີສຸວົງ ປະທານສະໂມສອນນັກການທູດລາວ, ມີບັນດາທ່ານທູດອາວຸໂສຈາກສະໂມສອນນັກການທູດລາວ, ບັນດາກົມຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຜູ້ຊ່ຽວຊານຈາກສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນອຸດສະຫະກຳ ແລະ ການຄ້າ, ສະຖາບັນການເມືອງການປົກຄອງ, ມະຫາວິທະຍາໄລແຫ່ງຊາດ.

ຈຸດປະສົງກອງປະຊຸມ ເພື່ອແລກປ່ຽນທັດສະນະ, ຕີລາຄາ, ວິເຄາະ-ວິໄຈ ແລະ ຄາດຄະເນຜົນກະທົບທີ່ເກີດຂຶ້ນຕໍ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນໃນປັດຈຸບັນ. ໃນດ້ານການເມືອງ, ເສດຖະກິດ ແລະ ບັນຫາອື່ນໆ ແລະ ຄາດຄະເນທ່າອ່ຽງຂອງໂລກໃນອະນາຄົດ ແລະ ເພື່ອເປັນການຖ່າຍທອດບົດຮຽນປະສົບການໃນການຕີລາຄາບັນຫາພາກພື້ນ ແລະ ສາກົນ ຈາກບັນດານັກການທູດອາວຸໂສ ໃຫ້ແກ່ນັກການທູດຮຸ້ນສືບທອດ ກໍຄື ພະນັກງານກະຊວງການຕ່າງປະເທດ.

ໃນໂອກາດນີ້, ສະຖາບັນການຕ່າງປະເທດ ໃນຖານະເປັນກອງເລຂາ ຂອງສະໂມສອນນັກການທູດລາວ ແລະ ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳການເຄື່ອນໄຫວຕ່າງໆຕາມແຜນວຽກ ຂອງສະໂມສອນການທູດລາວ, ຫົວໜ້າ ສະຖາບັນການຕ່າງປະເທດ ກໍໄດ້ຂຶ້ນກ່າວເປີດກອງປະຊຸມສໍາມະນາ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນວຽກງານການຄົ້ນຄວ້າ, ໂດຍສະເພາະການຄົ້ນຄວ້າ ວິເຄາະ-ວິໄຈສະພາບການຂອງພາກພື້ນ ແລະ ສາກົນ ທີ່ກຳລັງ ເກີດຂຶ້ນໃນປັດຈຸບັນ ອັນໄດ້ສົ່ງຜົນສະທົບທາງກົງ ແລະ ທາງອ້ອມຕໍ່ການດໍາລົງຊີວິດຂອງພວກເຮົາ, ພ້ອມກັນນີ້. ກອງປະຊຸມ ໄດ້ຮ່ວມກັນແລກປ່ຽນທັດສະນະ, ບົດຮຽນ ແລະ ປະສົບການໃນການຕີລາຄາບັນຫາຢ່າງກົງໄປກົງມາແລະ ໄດ້ສະເໜີແນະວິທີທາງໃນການຮັບມື ຈາກຜົນກະທົບໄລຍະສັ້ນ ແລະ ຍາວ ຕໍ່ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບວຽກງານຄົ້ນຄວ້າໃນຂະແໜງການທີ່ຕົນຮັບຜິດຊອບ, ມີການປະສານກັນຢ່າງກົມກຽວ ກັບພາກສ່ວນກ່ຽວຂ້ອງ ເພື່ອຮັດແໜ້ນເຄື່ອຂ່າຍນັກຄົ້ນຄວ້າຂອງສປປ ລາວ ແນໃສ່ຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ຂັ້ນເທິງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າໃນອະນາຄົດ.

(ຂ່າວ-ພາບ: ສະຖາບັນຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version