Home ຂ່າວຕ່າງປະເທດ ວັນສາກົນອາໄລຫາບັນດາຜູ້ເປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍ

ວັນສາກົນອາໄລຫາບັນດາຜູ້ເປະສົບເຄາະຮ້າຍຂອງລັດທິກໍ່ການຮ້າຍ

0

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ນັບແຕ່ປີ 2015 ສປຊ ໄດ້ເລືອກເອົາ ວັນທີ 21 ສິງຫາ ຂອງແຕ່ລະປີ ແມ່ນ ວັນສາກົນ ອາໄລຫາ ບັນດາ ຜູ້ເປະສົບເຄາະຮ້າຍ ຂອງລັດທິ ກໍ່ການຮ້າຍ. ໃນບັນດາສານ ໄດ້ຍົກອອກມາເນື່ອງໃນໂອກາດນີ້, ສປຊ ໄດ້ເນັ້ນໜັກເຖິງ ເລື່ອງຮຳບາດແຜ ດ້ານຈິດຕະສາດ ໃຫ້ແກ່ ບັນດາ ຜູ້ປະສົບ ເຄາະຮ້າຍ ພ້ອມທັງກ່າວເຕືອນ ລັດທິ ກໍ່ການຮ້າຍ ທີ່ພວມມີ ສັນຍານ ລຸກຂຶ້ນ ຢູ່ຫລາຍພາກພື້ນ ໃນໂລກ. ໃນໂອກາດນີ້ ທ່ານ ແອນໂຕນີໂອ ກູເຕີເຣສ(Antonio Guterres) ເລຂາທິການໃຫ່ຍ ສປຊ ໄດ້ເນັ້ນໜັກວ່າ: ສປຊ ໄດ້ເລືອກເອົາ ຫົວເລື່ອງ “ສຽງເວົ້າ ຂອງສັນຕິພາບ” ຂອງປີນີ້ ແມ່ນເພື່ອແນໃສ່ ຮັບປະກັນວ່າ ບັນດາ ຜູູ້ປະສົບ ເຄາະຮ້າຍ ແລະ ຜູ້ທີ່ລອດຕາຍ ໃນເຫດການກໍ່ການຮ້າຍຕ່າງໆ ຍາມໃດ ກໍ່ໄດ້ຮັບການຮັບຟັງ ແລະ ບໍ່ມີວັນ ທີ່ຈະຖືກຫລົງລືມ. ຕາມ ສປຊ ແລ້ວ, ຜູູ້ປະສົບເຄາະຮ້າຍ ເກືອບທັງໝົດ ແມ່ນສາມັນຊົນ, ຍ້ອນເຫດນັ້ນ, ຊີວິດຂອງຜູ້ທີ່ລອດຕາຍ ຫລັງການ ກໍ່ການຮ້າຍ ຫລື ພີ່ນ້ອງຂອງເຂົາເຈົ້າ ກໍ່ຖືກທຳລາຍ ຕາມວິທີທີ່ບໍ່ສາມາດ ດັດແປງໄດ້. ໃນຊຸມປີຜ່ານມາ, ຜູູ້ປະສົບເຄາະຮ້າຍ ຫລາຍຄົນ ຂອງເຫດການກໍ່ການຮ້າຍຕ່າງໆ ປະຈຸບັນ ຍັງຢູ່ໃນຄວາມເຈັບປວດ ທາງດ້ານຈິດໃຈ ເປັນປະຈຳ. ຢູ່ ສ.ອາເມລິກາ, ເກືອບ 23 ປີຫລັງ ເຫດການບຸກໂຈມຕີ ເລັ່ງໃສ່ ອາຄານຄູ່ ທີ່ນິວຢອກ (ວັນທີ 11 ກັນຍາປີ 2001), ມາຮອດ ປະຈຸບັນ, ນັບພັນຄົນ ຍັງຄົງຫລອນ ແລະ ເປັນພາບຕິດຕາ, ຊ້ຳບໍ່ໜຳຕ້ອງປິ່ນປົວ ອາການປ່ວຍ ທາງຈິດ ພາຍຫລັງ ພົບເຫດການສຸດສະເທືອນໃຈ.ຢູ່ເອີຣົບ, ເຫດການກໍ່ການຮ້າຍ ແນໃສ່ ຂະບວນລົດໄຟ ເມື່ອເດືອນມີນາ ປີ 2004 ຢູ່ນະຄອນຫລວງ ມາດລິດ ປະເທດ ແອັດສະປາຍ ເຮັດໃຫ້ 193 ຄົນເສຍຊີວິດ ແລະ ເກືອບ 2.000 ຄົນຖືກບາດເຈັບ, ມາຮອດປະຈຸບັນ ຍັງມີບັນດາບາດແຜທີ່ບໍ່ສາມາດປິ່ນປົວໄດ້. ບັນດາ ຜູູ້ປະສົບເຄາະຮ້າຍ ຂອງລັດທິກໍ່ການຮ້າຍ ທີ່ຍັງມີຊີວິດລອດຢູ່ນັ້ນ ສ່ວນຫລາຍ ຕ້ອງເສຍເວລາຫຼາຍປີ ຈຶ່ງຈະສາມາດຟື້ນຟູ ຫລື ຕ້ອງທຳຄວາມລື້ງເຄີຍກັບ ຄວາມເສຍຫາຍ ແລະ ຫລາຍຄົນຍັງປ່ວຍທາງຈິດ ທີ່ແກ່ຍາວ ພາຍຫລັງ ທີ່ພົບເຫດການສຸດສະເທືອນໃຈ. ຍ້ອນເຫດນັ້ນ, ປະຊາຄົມໂລກ ຕ້ອງຮັບຟັງ “ສຽງເວົ້າສັນຕິພາບ” ຂອງບັນດາຜູູ້ປະສົບເຄາະຮ້າຍນີ້, ພ້ອມທັງຕ້ອງມອບພາລະກຳໃຫ້ເຂົາເຈົ້າ ແມ່ນຜູ້ຂົນຂວາຍ ແລະ ສຶກສາ ສັນຕິພາບ ດ້ວຍວີທີສຸດຈິດສຸດໃຈທີ່ສຸດ, ຜ່ານນັ້ນ, ກໍ່ຈະຊ່ວຍໃຫ້ລຸ້ນຕ່າງໆ ໃນອະນາຄົດ ເຂົ້າໃຈໄດ້ເຖິງຜົນກະທົບ ວິນາດຕະກຳ ຂອງລັດທິກໍ່ການຮ້າຍ. ທ່ານ Antonio Guterres ກ່າວວ່າ: ການກະທຳ ກໍ່ການຮ້າຍ ໄດ້ສ້າງຄວາມເຈັບປວດ ທີ່ບໍ່ສາມາດຄາດຄິດໄດ້. ບັນດາຄອບຄົວ ແລະ ປະຊາຄົມ ຖືກທຳລາຍ ຍ້ອນບັນດາການກະທຳ ກໍ່ການຮ້າຍ ຫລັງຈາກນັ້ນ ຈະຖືກປ່ຽນແປງໄປຕະຫລອດການ. ເພາະສະນັ້ນ, ຕ້ອງເບິ່ງເຂົ້າບັນດາຄວາມເສຍຫາຍ ຂອງສ່ວນບຸກຄົນນັ້ນ ເພື່ອຈາກນັ້ນ ຈະສຶກສາຄົນອື່ນ ແມ່ນການກະທຳ ທີ່ກ້າຫານທີ່ສຸດ.

ຍ້ອນເຫດນັ້ນ, ນີ້ແມ່ນໂອກາດຊຸກຍູ້ ພວກເຮົາຮັບຟັງ ແລະ ຮ່ຳຮຽນເອົາ.ວັນສາກົນອາໄລຫາບັນດາ ຜູູ້ປະສົບເຄາະຮ້າຍ ຂອງລັດທິກໍ່ການຮ້າຍ ກໍ່ແມ່ນໂອກາດ ເພື່ອໃຫ້ປາຊາຄົມໂລກ ຫວນຄືນ ບັນດາໄພນາບຂູ່ຂອງລັດທິກໍ່ການຮ້າຍໃນໂລກ ໃນຈຸດເວລານີ້. ໃນບົດລາຍງານດັດຊະນີ ກໍ່ການຮ້າຍທົ່ວໂລກ (GTI) ປີ 2024 ນີ້, ປະຈຸບັນ, ລັດທິກໍ່ການຮ້າຍ ຍັງແມ່ນໜຶ່ງໃນໃນບັນດາໄພນາບຂູ່ທົ່ວໂລກ ທີ່ຮ້າຍແຮງທີ່ສຸດ. ໜ້າວິຕົກກັງວົນກ່ວານັ້ນແມ່ນ, ຕາມ ສປຊ, ລະດັບໂຫດຮ້າຍ ຂອງບັນດາເຫດການບຸກໂຈມຕີ ກໍ່ການຮ້າຍກໍ່ເພີ່ມຂຶ້ນ. ລະອຽດຄື: ຈຳນວນບັນດາຜູູ້ປະສົບເຄາະຮ້າຍ ເສຍຊີວິດ ສະເລ່ຍ ໃນບັນດາເຫດການ ກໍ່ການຮ້າຍປີ 2023 ເພີ່ມຂຶ້ນ 56% ເມື່ອທຽບກັບກ່ອນນັ້ນ ແລະ ແມ່ນອັດຕາສ່ວນສູງທີ່ສຸດ ໃນຮອບ 10 ປີຜ່ານມາ.ໃນການປະຊຸມພິເສດຂອງສະພາຄວາມໝັ້ນຄົງ ສປຊ ທີ່ຈັດຂຶ້ນໃນວັນທີ 8 ສິງຫາ, ສປຊ ກໍ່ອອກສຽງກ່າວເຕືອນ ກ່ຽວກັບການປຸກລຸກຂອງບັນດາກຸ່ມກໍ່ການຮ້າຍ ແມ່ນສາຂາຂອງອົງການກໍ່ການຮ້າຍລັດ ອິດສະລາມ ອ້າງຊື່ເອງ (IS), ພິເສດແມ່ນຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ແລະ ເຂດ Sahel. ທ່ານ ວາລາດີເມຍ ໂວຣອນກໍຟ (Vladimir Voronkov), ຮອງເລຂາ ທິການໃຫ່ຍ ສປຊ ຮັບຜິດຊອບ ການຕ້ານ ກໍ່ການຮ້າຍ ກ່າວເຕືອນວ່າ: ສະພາບການກໍ່ການຮ້າຍ ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ແລະ Sahel ຍັງສັບສົນທີ່ສຸດ ແລະ ມີສິ່ງທ້າທາຍຫຼາຍຢ່າງ. ບັນດາກຸ່ມກໍ່ການຮ້າຍສືບຕໍ່ ເປີດກ້ວາງຢູ່ Sahel ແລະ ກໍ່ໃຫ້ເກີດ ບັນດາຄວາມເສຍຫາຍໃຫ່ຍ, ເຮັດໃຫ້ຂາດ ສະຖຽນ ລະພາບ ໃນພາກພື້ນ. ສອງສາຂາຂອງ IS ຢູ່ພາກພື້ນກໍ່ໄດ້ເປີດກ້ວາງ ແລະ ປັບປຸງບໍລິເວນເຄື່ອນໄຫວ. ຖ້າຫາກ ບັນດາກຸ່ມນີ້ ເປີດກ້ວາງ ຜົນສະທ້ອນ ໄປຍັງ ບັນດາປະເທດ ແຄມທະເລ ອາຟຣິກາເໜືອ, ເຂດດິນແດນອັນກ້ວາງໃຫ່ຍຈາກ ມາລີ(Mali) ໄປ ນີເຊຣີ(Nigeria) ເໜືອ, ອາດຈະຕົກ ເຂົ້າສູ່ ສິດຄວບຄຸມຕົວຈິງ ຂອງບັນດາກຸ່ມນີ້.ຕາມບັນດາ ຜູ້ຊ່ຽວຊານ ດ້ານຄວາມໝັ້ນຄົງແລ້ວ, ບັນດາການຜັນແປ ຫວ່າງມໍ່ໆມານີ້ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ແລະ Sahel ອາດຈະເຮັດໃຫ້ເລື່ອງ IS ຍຶດຄອງ ບັນດາເຂດດິນແດນຄືນໃໝ່ ຄືກັນກັບເວລາກ່ອນນີ້ 1 ທົດສະວັດຢູ່ ຊີຣີ ແລະ ພາກເໜືອ ອີຣັກ, ຊື່ງໄດ້ສ້າງໄພນາບຂູ່ ດ້ານຄວາມໝັ້ນຄົງ ປະຈຳ ສຳລັບ ພາກພື້ນ. ໃນສະພາບການ ທີ່ການປະທະກັນ ໄດ້ເປີດກ້ວາງ ໃນປະຈຸບັນ ຢູ່ຕາເວັນອອກກາງ, ພ້ອມດ້ວຍບັນດາ ຄວາມຂາດ ສະຖຽນ ລະພາບ ດ້ານການເມືອງ ຢູ່ບາງປະເທດ ອາຟຣິກາ, ເຮັດໃຫ້ບັນດາ ຄວາມມານະ ພະຍາຍາມ ສະກັດກັ້ນ ໄພອັນຕະລາຍນີ້ ຍິ່ງປະສົບກັບ ຄວາມຫຍຸ້ງຍາກ ກ່ວາອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version