Home ຂ່າວຕ່າງປະເທດ ກຳປູເຈຍ ຕ້ອງການການລົງທຶນຈາກ ສປ ຈີນໃຫ້ຫລາຍຂຶ້ນ

ກຳປູເຈຍ ຕ້ອງການການລົງທຶນຈາກ ສປ ຈີນໃຫ້ຫລາຍຂຶ້ນ

0

ສຳນັກຂ່າວຊິນຮວາ ເມື່ອບໍ່ດົນມານີ້ ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ເຂົ້າຮ່ວມກອງປະຊຸມກັບຄະນະຜູ້ແທນທາງທຸລະກິດຂອງກຸ່ມບໍລິສັດຈີນ ໃນນະຄອນຫລວງພະນົມເປັນ ພ້ອມທັງໄດ້ກ່າວເນັ້ນວ່າ: ກຳປູເຈຍ ຕ້ອງການ ການລົງທຶນຈາກ ສປ ຈີນ ເພີ່ມຂຶ້ນໂດຍກຳປູເຈຍ ໃຫ້ຄວາມສຳຄັນກັບການລົງທຶນດ້ານພະລັງງານຄຸ້ມຄອງ ສິ່ງແວດລ້ອມ, ສຸຂະພາບ, ກະສິກຳ, ອຸດສາຫະກຳ ແລະ ການເງິນ ຫລັງຈາກ ຜູ້ປະກອບການ ທີ່ໃຊ້ເງິນທຶນຂອງ ສປ ຈີນ ມີບົດບາດສຳຄັນ ຕໍ່ການຊ່ວຍກະຕຸ້ນ ເສດຖະກິດ ກຳປູເຈຍ ແລະ ຍົກລະດັບຊີວິການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.

ຂະນະທີ່ໂຄງການ​ຂະໜາດ​ໃຫຍ່​ ທີ່ ສປ ​ຈີນ​ ລົງທຶນ​ຢູ່​ພາຍ​ໃຕ້ຂໍ້​ລິ​ເລີ່ມໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ (BRI)​ ເຊັ່ນ: ​ເຂດ​ເສດຖະກິດພິ​ເສດ ສີ​ຫາ​ນຸ​ວິ​ລ, ເຂື່ອນໄຟຟ້ານ້ຳຕົກ, ທາງດ່ວນພະນົມເປັນ-ສີຫະນຸກວິລ, ສະໜາມ​ບິນ ສາກົນ Siem Reap Angkor, ຖະໜົນ​ຫົນທາງ ​ແລະ ຂົວ ​ໄດ້​ມີ​ບົດບາດ ສຳຄັນ ​ແລະ ຈະ​ສືບ​ຕໍ່​ ມີ​ບົດບາດ ​ຊຸກຍູ້ ​ເສດຖະກິດ​ ກຳປູ​ເຈຍໃຫ້ເຂັ້ມແຂງ ຍິ່ງຂຶ້ນ ໃນຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version