Home ຂ່າວພາຍໃນ ຝຶກອົບຮົມວຽກງານເນື້ອໃນ ແລະ ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມ

ຝຶກອົບຮົມວຽກງານເນື້ອໃນ ແລະ ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມ

0

ເພື່ອຍົກສູງຄຸນນະພາບໃນການເປັນເສນາທິການທາງດ້ານເນື້ອໃນ ແລະ ຮັບປະກັນຄວາມພ້ອມໃນການກະກຽມ ແລະ ຮັບໃຊ້ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນຂັ້ນແຂວງ (ສພຂ) ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຍົກສູງຂີດຄວາມສາມາດທາງດ້ານເນື້ອໃນ ໂດຍສະເພາະບັນດາເອກະສານທີ່ຕິດພັນກັບກອງປະຊຸມ ສພຂ ໃຫ້ມີຄຸນນະພາບ ທັງເປັນການຖ່າຍທອດ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກຳຕົວຈິງ, ການສ້າງຄວາມເຂັ້ມແຂງທາງດ້ານການຂີດຂຽນເອກະສານປິ່ນອ້ອມໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນຂັ້ນແຂວງ ເປັນຕົ້ນບົດສັງລວມຄວາມເຫັນ, ຮ່າງຄຳຖາມເຈາະຈີ້ມ, ບົດສະຫຼຸບ, ການເປັນເລຂານຸການກອງປະຊຸມຮອບດ້ານ ແລະ ເອກະສານອື່ນໆ.

ຫວ່າງມໍ່ໆມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ຄະນະເລຂາທິການສະພາແຫ່ງຊາດ (ຄລສ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານເນື້ອໃນ ແລະ ຂັ້ນຕອນການກະກຽມຮອບດ້ານໃຫ້ແກ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານເລຂາທິການ, ຮອງເລຂາທິການ ຜູ້ຊີ້ນຳຂະແໜງຄົ້ນຄວ້າ-ສັງລວມ ແລະ ພະນັກງານຂະແໜງຄົ້ນຄວ້າ-ສັງລວມ ຂອງ ສພຂ 6 ແຂວງຄື: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຄລສ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຕົ້ນຕໍຄື: ການຮ່າງບົດໂອ້ລົມໃຫ້ການນຳ ແລະ ບົດສັງລວມຄຳເຫັນໃຫ້ປະທານກອງປະຊຸມ, ການສ້າງຄຳຖາມເຈາະຈີ້ມ ແລະ ບົດປະກອບຄຳເຫັນຕໍ່ກອງປະຊຸມ, ຂັ້ນຕອນການກະກຽມວຽກງານຮອບດ້ານໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ; ຈາກນັ້ນ, ກໍໄດ້ສົນທະນາແລກປ່ຽນຄຳເຫັນຊຶ່ງກັນ ແລະ ກັນ ແລະ ແບ່ງກຸ່ມເພື່ອຝຶກຫັດຕົວຈິງແຕ່ລະເນື້ອໃນ.

ທ່ານ ນາງ ອໍາໄພອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ ເລຂາທິການສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ການຈັດຝຶກອົບຮົມຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ບັນດາສໍາມະນາກອນໄດ້ມີໂອກາດແລກປ່ຽນຄໍາຄິດຄໍາເຫັນກັບວິທະຍາກອນ ໂດຍມີການສົມທຽບບົດຮຽນ ແລະ ການປະຕິບັດວຽກງານຕົວຈິງລະຫວ່າງສູນກາງ-ທ້ອງຖິ່ນຢ່າງກົງໄປກົງມາ ໃນຖານະເປັນເສນາທິການດ້ານເນື້ອໃນໃຫ້ແກ່ການກະກຽມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະພາກສ່ວນ ໃຫ້ນັບມື້ດີຂຶ້ນ ແລະ ມີປະສິດທິພາບ. ເພື່ອຮັບປະກັນເຮັດໃຫ້ວຽກງານທີ່ກ່າວມາຂ້າງເທິງນັ້ນ ໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີຂຶ້ນເທື່ອລະກ້າວ ແລະ ຫັນໄປສູ່ຄຸນນະພາບສູງກວ່າເກົ່າ, ທ່ານຍັງໄດ້ມີບາງຄຳຄິດຄຳເຫັນດັ່ງນີ້: 1. ການເປັນເສນາທິການດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງນັ້ນ ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະຜູ້ທີ່ຮັບຜິດຊອບວຽກງານຂົງເຂດຄົ້ນຄວ້າ-ສັງລວມ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າແນວທາງນະໂຍບາຍ, ກົດໝາຍ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ລວມທັງການກໍານົດ ແລະ ຈັດຕັ້ງຜັນຂະຫຍາຍບັນດາແຜນການ-ແຜນງານ, ໂຄງການຕ່າງໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດຕາມທີ່ວາງໄວ້; ນອກນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ກະກຽມຮອບດ້ານແຕ່ຫົວທີ, 2. ບົດຮຽນການສ້າງບົດປະກອບຄໍາເຫັນຕໍ່ເນື້ອໃນຕ່າງໆ ຊຶ່ງຕ້ອງເອົາໃຈໃສ່ເກັບກໍາຂໍ້ມູນ, ນໍາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ ມາສະເໜີແຈ້ງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເປັນຂໍ້ມູນໃນການແກ້ໄຂບັນຫາຕ່າງໆ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ພ້ອມດຽວກັນນັ້ນ, ບົດປະກອບຄຳເຫັນ ຕ້ອງສ່ອງແສງໃຫ້ເຫັນຄວາມເປັນເອກະພາບຕໍ່ບັນດາເນື້ອໃນທີ່ນຳມາພິຈາລະນາຮັບຮອງຢູ່ກອງປະຊຸມ. ສໍາລັບການສ້າງຄໍາຖາມເຈາະຈີ້ມນັ້ນ ກໍເພື່ອເປັນບ່ອນອີງໃຫ້ຜູ້ແທນກອງປະຊຸມ ມີການຄົ້ນຄວ້າ-ສັງລວມບັນດາຂໍ້ມູນທີ່ກ່ຽວຂ້ອງກັບບັນຫາທີ່ເຈາະຈີ້ມຢ່າງຖືກຈຸດ, ປະຢັດເວລາ ແລະ ເປັນບ່ອນອີງໃນການປະກອບຄໍາເຫັນຕໍ່ເນື້ອໃນຕ່າງໆ; ຊ່ວຍເຮັດໃຫ້ມີຄວາມສະດວກໃນການເກັບກໍາຂໍ້ມູນ ເພື່ອນໍາໄປຄົ້ນຄວ້າປັບປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີຄວາມສະດວກໃນການສະຫຼຸບສັງລວມການປະກອບຄໍາເຫັນຂອງຜູ້ແທນ. 3. ບົດຮຽນການສ້າງບົດສັງລວມຄໍາເຫັນໃຫ້ປະທານກອງປະຊຸມ ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະການພິຈາລະນາເນື້ອໃນຂອງກອງປະຊຸມ ຊຶ່ງການສັງລວມຄວາມເຫັນຕ້ອງສ່ອງແສງໃຫ້ເຫັນການຕີລາຄາປະກອບຄຳເຫັນຂອງຜູ້ແທນ ວ່າເຫັນດີຮັບຮອງເອົາເນື້ອໃນທີ່ນໍາມາພິຈາລະນາ ຫຼື ບໍ່, ບັນຫາໃດຜູ້ແທນມີທັດສະນະຢາກສະເໜີໃຫ້ມີການປັບປຸງ, 4. ການຮ່າງບົດໂອ້ລົມ ແມ່ນມີຄວາມສໍາຄັນ ເປັນແນວຄິດຊີ້ນໍາ, ໜຶ່ງໃນແບບແຜນວິທີນໍາພາຂອງຂັ້ນເທິງ ເພື່ອເນັ້ນໜັກການຈັດຕັ້ງໜ້າທີ່ການເມືອງ ຫຼື ຄວາມຮັບຜິດຊອບວຽກງານໃດໜຶ່ງຂອງຂັ້ນລຸ່ມ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ໄດ້ວາງໄວ້.

ກອງປະຊຸມຄັ້ງນີ້ ນຳໃຊ້ງົບປະມານສົມທົບຂອງມູນນິທິເອເຊຍ (The Asia Foundation -TAF) ແລະ ຄະນະເລຂາທິການສະພາແຫ່ງຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version