Home ຂ່າວຕ່າງປະເທດ ສປຈີນ ເປີດເຜີຍຍອດຜະລິດໄຟຟ້າເພີ່ມຂຶ້ນ 2,5%

ສປຈີນ ເປີດເຜີຍຍອດຜະລິດໄຟຟ້າເພີ່ມຂຶ້ນ 2,5%

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິແຫ່ງຊາດ ສປຈີນ ລາຍງານວ່າ: ການຜະລິດ ໄຟຟ້າຂອງ ສປຈີນ ເພີ່ມຂຶ້ນ ຢ່າງວອງໄວ ໃນເດືອນ ກໍລະກົດ ທີ່ຜ່ານມາ. ໂດຍຜູ້ປະກອບການ ຜະລິດໄຟຟ້າ ລາຍໃຫຍ່ ຂອງສປຈີນ ເຮັດການ ຜະລິດໄຟຟ້າ ໃນເດືອນກໍລະກົດ ລວມ 8,83 ແສນລ້ານກິໂລວັດຕໍ່ຊົ່ວໂມງ, ເພີ່ມຂຶ້ນ 2,5% ເມື່ອທຽບປີຕໍ່ປີ ແລະ ສູງກວ່າ ການເຕີບໂຕໃນເດືອນ ມິຖຸນາ ປະມານ 0,2ຈຸດ.

ໃນຂະນະທີ່ ການຜະລິດ ໄຟຟ້າຂອງ ສປຈີນ ໃນເດືອນ ມັງກອນ-ເດືອນກໍລະກົດ ຂອງປີນີ້ ເພີ່ມຂຶ້ນ 4,8% ເມື່ອທຽບປີຕໍ່ປີ. ສປຈີນ ມີການ ຜະລິດໄຟຟ້າ ຈາກພະລັງງານນໍ້າ ເພີ່ມຂຶ້ນ 36,2% ເມື່ອທຽບປີຕໍ່ປີ ຊຶ່ງສູງສຸດ ໃນທຸກປະເພດ , ຖັດມາແມ່ນ ພະລັງງານ ແສງຕາເວັນ ເພີ່ມຂຶ້ນ 16,4% ແລະ ພະລັງງານ ນີວເຄລຍ ເພີ່ມຂຶ້ນ 4,3%, ສ່ວນພະລັງງານ ຄວາມຮ້ອນ ຫລຸດລົງ 4,9%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version