Home ຂ່າວພາຍໃນ ສວນໄຜ່ພັນກໍ ສະຖານທີ່ອະນຸລັກວິຖີຊີວິດລາວ

ສວນໄຜ່ພັນກໍ ສະຖານທີ່ອະນຸລັກວິຖີຊີວິດລາວ

0

ສວນໄຜ່ພັນກໍຄືຊື່ຂອງສະຖານທີ່ແຫ່ງໜຶ່ງ ຕັ້ງຢູ່ບ້ານໄຮ່ ເມືອງໄຊ ທານີ ນະຄອນຫລວງວຽງຈັນ ເປັນສະຖານທີ່ອັນເຕັມໄປດ້ວຍຫລັກຖານທີ່ສະແດງເຖິງຄວາມຫລາກຫລາຍ ແລະ ຄວາມອາດສາມາດໃນການປະດິດຄິດແຕ່ງຂອງຄົນລາວ. ໂດຍພາຍໃນສວນໄຜ່ພັນກໍນີ້ ມີຫໍແຖນແຕ່ງ, ພິພິດຕະພັນຜ້າ ແລະ ເຄື່ອງຫັດຖະກຳທີ່ເກັບຮັກສາໄວ້ເຊິ່ງຜ້າ, ແພ ແລະ ເຄື່ອງນຸ່ງຫົ່ມ ທີ່ຖືກປະດິດຄິດແຕ່ງຂຶ້ນໃນຫລາຍຍຸກສະໄໂດຍຫລາກຫລາຍກຸ່ມຄົນ ແລະ ຕໍ່າດ້ວຍຫລາກຫລາຍວີທີການ. ນອກນັ້ນ, ຍັງມີໂຮງກວຽນທີ່ເກັບຮັກສາບັນດາວັດຖຸສິ່ງຂອງຕ່າງໆທີ່ກ່ຽວພັນກັບວິຖີຊີວິດ, ຮີດຄອງປະເພນີ ແລະ ມູນເຊື້້ອວັດທະທຳອນດີງາມຂອງຊາດລາວ.

ທ່ານນາງ ດວງເດືອນ ບຸນຍາວົງ ນັກກະວີເຈົ້າຂອງລາງວັນຊີໄຣ ປີ2006 ທີ່ມີນາມປາກກາວ່າດອກເກດ ເປັນລູກສາວຂອງທ່ານອາຈານ ມະຫາສີລາ ວິລະວົງ ວິລະບຸລຸດລາວຜູ້ເຄີຍສ້າງສັນ ແລະ ປົກປັກຮັກສາວັນນະກຳຂອງຊາດລາວ ຄືເຈົ້າຂອງ ສະຖານທີ່ອັນມີຄຸນຄ່າທາງຈິດໃຈແຫ່ງນີ້. ໂດຍໃນງານເປີດໂຕ ແລະ ສະຫລອງປຶ້ມໂຮມກະວີ “ພາຄຶດພາຝັນ” ຜົນງານລ່າສຸດຂອງນັກກະວີດອກເກດ ທີ່ຈັດຂຶ້ນໃນວັນທີ 29 ມິຖຸນາ 2024 ທີ່ສວນໄຜ່ພັນກໍ. ທ່າມກາງຄວາມຍິນດີ, ທ່ານນາງ ດວງເດືອນ ບຸນຍາວົງ ໄດ້ນຳພາແຂກຮ່ວມງານຂຶ້ນຢ້ຽມຊົມພິພິຕະພັນຜ້າ ແລະ ເຄື່ອງຫັດຖະກຳທີ່ເກັບຮັກສາຜ້າ ແລະ ແພທີ່ມີຄວາມໝາຍຄວາມສຳຄັນ ເຊ່ັນຜ້າທ່ີຊະນະລາງວັນປະກວດຈາກຫລາກຫລາຍເວທີ, ຜ້າທີ່ມີອາຍຸນັບ 100 ປີ, ຜ້າທີ່ມີລາຍງົດງາມເປັນເອກກະລັກສະເພາະລວມ ເຖິງຜ້າທີ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ.

ສ່ວນພາຍໃນຫໍແຖນແຕ່ງ ຈະປາກົດມີຜ້າ, ແພ ແລະ ເສື້ອຜ້າ ທີ່ມີຄວາມເປັນເອກະລັກທີ່ໄດ້ ຈາກຫລາກຫລາຍຂົງເຂດ ແລະ ຫລາກຫລາຍຊ່ວງເວລາ ເຊິ່ງໂອ ກາດນີ້ເອງ ທ່ານນາງ ດວງເດືອນ ບຸນຍາວົງ ໄດ້ໂອ້ລົມກັບ ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນ ຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວວ່າ: “ເຖິງແມ່ຍິງລາວໃນສະໄໝກ່ອນອາດຈະບໍ່ແມ່ນນັກຄິດນັກຂຽນແຕ່ໜ້າງຶດງໍ້ ທີ່ແມ່ຍິງລາວເຮົາກໍເປັນອີກສ່ວນໜຶ່ງໃນການບັນທຶກໜ້າປະຫວັດສາດຊອງຊາດ ສັງເກດໄດ້ຈາກ ລາຍຜ້າໃນຍຸກສົງຄາມທີ່ຈະປາກົດມີລາຍລູກລະເບີດ, ລາຍເຮືອບິນ ແລະ ລາຍອື່ນໆທີ່ສື່ເຖິງເຫດການທາງປະຫວັດສາດໃນສະໄໝນັ້ນ. ສ່ວນພາຍໂຮງກວຽນເປັນບ່ອນທີ່ອະນຸຮັກໄວ້ເຊິ່ງງານຫັດຖະກຳ, ເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານ, ເຄື່ອງດົນຕີ ແລະ ສິ່ງປະດິດອຳນວຍຄວາມສະດວກໃນການດຳລົງຊີວິດຂອງຄົນລາວ.

ສໍາລັບລາຍຜ້າລາວ, ເວົ້າລວມເວົ້າສະເພາະກໍຄືລາຍນາກລາວນັ້ນ, ປັດຈຸບັນແມ່ນໄດ້ຖືກຮັບຮອງຈາກອົງການ UNESCO ໃຫ້ເປັນມໍລະດົກໂລກທາງດ້ານວັດທະນະທຳແລ້ວ ເຊິ່ງການທີ່ “ສວນໄຜ່ພັນກໍ” ເປັນສະຖານທີ່ອີກແຫ່ງໜຶ່ງທີ່ຍັງຄົງຮັກສາໄວ້ເຊິ່ງຜ້າແພລາຍນາກ ກໍຄືຜ້າລາຍອື່ນຂອງຄົນລາວບັນດາເຜົ່າ ມັນໄດ້ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ ໃນຄວາມອາດສາມາດ ແລະ ຫົວຄິດປະດິດສ້າງຂອງຄົນລາວຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version