Home ຂ່າວຕ່າງປະເທດ ສສ ຫວຽດນາມ ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວລະດັບ 6,5%ໃນປີນີ້

ສສ ຫວຽດນາມ ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວລະດັບ 6,5%ໃນປີນີ້

0

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ 7ສິງຫານີ້, ສສ ຫວຽດນາມ ພວມກ້າວເຂົ້າສູ່ ໄຕມາດທີ III/2024 ດ້ວຍການວາງແຜນ ສູ້ຊົນໃຫ້ເສດຖະກິດ ໃຫ້ຂະຫຍາຍຕົວລະດັບ 6%–6,5%ໃນປີ 2024.ຫລັງຈາກ ສະພາບ ການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາ ໄດ້ຢັ້ງຢືນ ມີຫລາຍຈຸດ ທີ່ພົ້ນເດັ່ນ. ໃນນັ້ນ ຕ້ອງເວົ້າເທິງເລື່ອງ ລັດຖະ ບານ ສືບຕໍ່ ຄວາມມານະ ພະຍາຍາມ ປະຕິບັດສຳເລັດ ລະບອບ ລະບຽບການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໃຫ້ບຸລິມະສິດ ຊຸກຍູ້ການເຕີບໂຕ ດ້ານເສດຖະກິດ. ໃນເດືອນກໍລະກົດ, ລັດຖະບານ ສືບຕໍ່ຍູ້ແຮງ ການປະກາດ ໃຊ້ບັນດາ ເອກະສານ ແນະນຳ ບັນດາກົດໝາຍ ວ່າດ້ວຍ ການປັບປຸງ ເພີ່ມເຕີມກົດໝາຍ ວ່າດ້ວຍ ທີ່ດິນ 2024, ກົດໝາຍວ່າດ້ວຍ ເຮືອນຢູ່ 2023, ກົດໝາຍວ່າດ້ວຍ ການດຳເນີນ ທຸລະກິດ ອາສັງຫາ ລິມະຊັບ 2023, ກົດໝາຍ ວ່າດ້ວຍອົງການສິນເຊື່ອ 2024; ພື້ນຖານເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາ ໄດ້ຮັບຮູ້ທ່າອ່ຽງ ເຕີບໂຕ ເປັນກວ້າງ, ປີນີ້ ດີກ່ວາໄລຍະດຽວກັນ ຂອງປີ 2023. ໃນນັ້ນ, ພື້ນຖານ ເສດຖະກິດ ສືບຕໍ່ທ່າເຕີບໂຕ ທີ່ຕັ້ງໜ້າໃນທັງ 3 ຂົງເຂດ: ກະສິກຳ, ການບໍລິການ ແລະ ອຸດສາຫະກຳ. ສິ່ງທີ່ ເປັນໜ້າສົນໃຈ ນັ້ນແມ່ນ, ດັດຊະນີ ການຜະລິດ ອຸດສາຫະກຳ ເພີ່ມຂຶ້ນຢູ່ 60/63 ທ້ອງຖິ່ນ, ຄາດວ່າ ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ໝາກຜົນນີ້ ສະແດງ ໃຫ້ເຫັນ ການຟື້ນຟູ ເສດຖະກິດ ໃນວົງກວ້າງ. ພ້ອມກັນນັ້ນ, ເສດຖະກິດ ມະຫາພາກ ສືບຕໍ່ ມີສະຖຽນ ລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ ໄດ້ຮັບປະກັນ, ດັດຊະນີ ລາຄາບໍລິໂພກ (CPI) ສະເລ່ຍ 7 ເດືອນ ເພີ່ມຂຶ້ນ 4,12%, ເພີ່ມຂຶ້ນ 0.04% ເມື່ອທຽບໃສ່ກັບ ເດືອນມິຖຸນາ; ການສົ່ງອອກ ສືບຕໍ່ເພີ່ມຂຶ້ນ, ການສົ່ງອອກ ເກີນດຸນ 14 ຕື້ໂດລາສະຫະລັດ, ປະກອບສ່ວນ ເຂົ້າໃນການຮັບປະກັນ ດຸ່ນຊຳລະ; ການດຶງດູດເງິນລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ບັນລຸ 18 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 10,9%.ຈາກນັ້ນ ທ່ານ ນາງ ຟານທິທັ້ງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ:ຈາກບັນດາຕົວເລກດັ່ງກ່າວ ອາດຈະເຫັນໄດ້ວ່າ: ການຜະລິດ ອຸດສາຫະກຳ ໃນປັດຈຸບັນ ພວມມີການຟື້ນຟູ ຢ່າງແຮງ ເມື່ອທຽບໃສ່ກັບປີ 2023, ພວມມີທ່າເຕີບໂຕ ຢ່າງຕັ້ງໜ້າທີ່ສຸດ. ຂະແໜງ ອຸດສາຫະກຳ ປຸງແຕ່ງປະດິດສ້າງ ພວມກັບຄືນ ສວມບົດບາດ ນຳໜ້າຂອງພື້ນຖານ ເສດຖະກິດ. ຄວາມສາມາດ ໃນການຜະລິດ ຂອງບັນດາວິສາຫະກິດ ອຸດສາຫະກຳ ພາຍໃນປະເທດ ໄດ້ຟື້ນຟູ ຢ່າງຕັ້ງໜ້າທີ່ສຸດ, ພ້ອມແລ້ວ ທີ່ຈະຍາດແຍ່ງ ບັນດາກາລະໂອກາດ ສຳຜັດກັບ ຕະຫລາດໃໝ່ ໃນໄລຍະຈະມາເຖິງ.

ຂະນະທີ່ ເສດຖະກິດ ຫວຽດນາມ ສືບຕໍ່ຮັບຮູ້ ບັນດາດັດຊະນີ ທີ່ຕັ້ງໜ້າ ຊ່ວຍນຳມາ ເຊິ່ງແງ່ຫວັງ ທີ່ເປັນໜ້າຊຶນຊົມໃນ 6 ເດືອນທ້າຍປີນີ້ ແລະ ໃນໄລຍະຍາວ. ມີຫລາຍອົງການ, ການກຳນົດທິດ ອຳນາດການປົກຄອງ ແລະ ນັກຊ່ຽວຊານສາກົນສືບຕໍ່ ຕີລາຄາສູງໝາກຜົນ ແລະ ແງ່ຫວັງ ຂອງພື້ນຖານ ເສດຖະກິດ ຫວຽດນາມ. ໃນນັ້ນ, ADB ຍົກສູງ ການຄາດຄະເນ ການເຕີບໂຕ ຂອງ ຫວຽດນາມ ໃນປີ2024 ຂຶ້ນເຖິງ 6%; ຫ້ອງການສຶກສາຄົ້ນຄວ້າ ເສດຖະກິດມະຫາພາກ ອາຊຽນ +3 ຄາດວ່າ ເພີ່ມຂຶ້ນ 6,3%, HSBC ຄາດຄະເນ ເພີ່ມຂຶ້ນ 6,5%. ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບ ສຳລັບ ບັນດານັກລົງທຶນຕ່າງປະເທດ. ທ່ານ Takeo Nakajima ຫົວໜ້າຜູ້ຕາງໜ້າ Jetro ຮ່າໂນ້ຍ ໃຫ້ຮູ້ວ່າ: 70% ຈຳນວນວິສາຫະກິດພວມເຄື່ອນໄຫວຢູ່ ຫວຽດນາມ ມີຄວາມຕ້ອງການເປີດກວ້າງ ຂອບຂະໜາດ ການຜະລິດ ຂອງຕົນດ້ວຍບັນດາຮູບແບບ, ການເຄື່ອນໄຫວ ດຳເນີນທຸລະກິດໃໝ່. 6 ເດືອນຕົ້ນປີນີ້, ຈຳນວນໂຄງການອອກໃໝ່ ຫລຸດລົງ 20%, ແຕ່ຈຳນວນເງິນລົງທຶນ ຂອງບັນດາວິສາຫະກິດ ໄດ້ເຄື່ອນໄຫວ ມາແຕ່ດົນນານ ຢູ່ທີ່ນີ້ ພັດມີທ່າອ່ຽງ ເພີ່ມຂຶ້ນ. ນັບແຕ່ຕົ້ນປີ້ 2024, ລັດຖະບານ, ບັນດາກະຊວງ, ຂະແໜງການ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ກຳນົດ ການລະດົມທຸກແຫລ່ງ ກຳລັງເພື່ອປະຕິບັດສູງທີ່ສຸດ, ດີທີ່ສຸດ, ສູ້ຊົນ ບັນລຸໄດ້ ແລະ ລື່ນກາຍ ບັນດາເປົ້າໝາຍ, ດັດຊະນີ ທີ່ໄດ້ວາງອອກໃນປີ 2024, ເປັນຕົ້ນ ແມ່ນດັດຊະນີ ການເຕີບໂຕ ຢູ່ລະດັບປະມານ 6,5%. ບັນດາມາດຕະການລະອຽດແມ່ນ: ຍູ້ແຮງການເຕີບໂຕ ໃນທຸກຂົງເຂດ, ໃນນັ້ນ ມີບັນດາແຫລ່ງ ກຳລັງທີ່ເປັນມູນເຊື້ອ ແມ່ນການລົງທຶນ, ການສົ່ງອອກ ແລະ ການບໍລິໂພກ, ພ້ອມທັງ ຍົກສູງຄຸນນະພາບ ແລະ ຍູ້ແຮງບັນດາກຳລັງໜູນໃໝ່ ໃຫ້ຫລາຍກ່ວາອີກນັ້ນ ແມ່ນການເຕີບໂຕສີຂຽວ, ການເຕີບໂຕ ເສດຖະກິດ ໝູນວຽນ, ເສດຖະກິດ ດີຈີຕອນ, ເສດຖະກິດ ແບ່ງປັນ, ເສດຖະກິດ ພູມປັນຍາ. ລະດົມທຸກແຫລ່ງກຳລັງ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບ ໃຫ້ແກ່ປະຊາຊົນ, ປະກອບສ່ວນ ຊຸກຍູ້ການເຕີບໂຕ ດ້ານເສດຖະກິດ. ສືບຕໍ່ຍູ້ແຮງ 3 ບຸກທະລຸ ຍຸດທະສາດ ກ່ຽວກັບການພັດທະນາ ພື້ນຖານໂຄງລ່າງ, ລະບອບ ລະບຽບການ, ບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ສູງຢ່າງຄົບຊຸດ.ກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳເດືອນກໍລະກົດ, ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວເນັ້ນໜັກວ່າ: ບັນດາໜ້າທີ່, ວິທີການຈຸດສຸມ ໃນເດືອນສິງຫາ ນັບແຕ່ນີ້ຮອດທ້າຍປີ ແລະ ໃນໄລຍະຈະມາເຖິງ.ນອກນີ້ ຍັງວາງເປົ້າໝາຍ ຮັກສາເສດຖະກິດ ມະຫາພາກ ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ດ້ວຍການກຳນົດ ໂດຍສະພາແຫ່ງຊາດ ອະນຸຍາດ. ການເຕີບໂຕ ຕ້ອງຊຸກຍູ້ ຢ່າງແຮງກວ່າ. ບັນດາການດຸ່ນດ່ຽງໃຫຍ່ ຕ້ອງຮັບປະກັນ ມີສ່ວນເກີນຫລາຍກ່າ. ໜີ້ສາທາລະນະ, ໜີ້ລັດຖະບານ, ລາຍຈ່າຍເກີນດຸ່ນ ຕ້ອງໄດ້ຮັບ ການຄວບຄຸມ ເປັນຢ່າງດີ, ຮັບປະກັນການເມືອງ ເປັນສະຖຽນລະພາບ, ຄວາມເປັນລະບຽບ ຮຽບຮ້ອຍ ທາງສັງຄົມ, ອະທິປະໄຕ, ເຂດຊາຍແດນ ແຫ່ງຊາດ ບໍ່ອາດປ່ຽນແປງໄດ້, ພ້ອມທັງ ວາງໝາກຜົນ ໃຫ້ບັນລຸ ໄດ້ສູງກວ່າປີ 2023./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version