Home Uncategorized ພັນລະຍາການນຳ ພົບປະຢ້ຽມຢາມ ພະນັກງານຫລັກແຫລ່ງ ແຂວງໄຊສົມບູນ

ພັນລະຍາການນຳ ພົບປະຢ້ຽມຢາມ ພະນັກງານຫລັກແຫລ່ງ ແຂວງໄຊສົມບູນ

0

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ຄອບຄົວການນໍາຂັ້ນສູງ ຊຶ່ງນໍາໂດຍ ປ້າ ນາລີ ສີສຸລິດ ພັນລະຍາຂອງທ່ານທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງພົບປະຢ້ຽມຢາມ ພະນັກງານຫລັກແຫລ່ງ ຂອງແຂວງໄຊສົມບູນ ໃນວັນທີ 6 ສິງຫາ 2024 ໂດຍການຕ້ອນຮັບຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍການນໍາພັກ-ລັດ ຕະຫລອດຮອດພະນັກງານ ຈາກແຕ່ລະພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຂອງແຂວງ ໃນໄລຍະຜ່ານມາ ເປັນຕົ້ນ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງ ຄຽງຄູ່ກັບການນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ເອກະສານ ຂອງລັດຖະບານ ແລະ ກະຊວງກ່ຽວຂ້ອງຕ່າງໆ ຊຶ່ງໄດ້ສ້າງເງື່ອນໄຂອັນສະດວກ ແກ່ການສ້າງສາພັດທະນາ ແຂວງໄຊສົມບູນ ເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບ, ປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມະຫາພາກມີການຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແກ້ໄຂດີຂຶ້ນເທື່ອລະກ້າວ.

ໂອກາດນີ້, ປ້າ ນາລີ ສີລຸລິດ ກໍໄດ້ມີຄໍາເຫັນໃຫ້ແຕ່ລະພາກສ່ວນ ຈົ່ງພ້ອມໃຈ ແລະ ຮ່ວມມືກັນ ຈັດຕັ້ງປະຕິບັດວຽກງານຂອງຕົນ ເປັນຕົ້ນ ການຫັນເອົາມູນເຊື້ອຄວາມດຸໝັ່ນ ແລະ ອົດທົນ ຂອງຄົນລາວ ມາໝູນໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານ ໂດຍສະເພາະ ການຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກຳເປັນສິນຄ້າ ໃນໄລຍະທີ່ສະພາບເສດຖະກິດມີຄວາມຫຍຸ້ງຍາກ ເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມ ໄດ້ຮັບການແກ້ໄຂ ໄປຕາມທິດທາງ, ແຜນການ ຂອງພັກ ແລະ ລັດຖະບານ ທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ໄປດ້ວຍດີ.

ໃນໂອກາດດຽວກັນ, ປ້າ ນາລີ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ມອບເງິນຈໍານວນ 50 ລ້ານກີບ ເພື່ອຊຸກຍູ້ວຽກງານແນວລາວສ້າງຊາດຕື່ມອີກ.

ຂ່າວ: ພາພອນ ນະວົງໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version