Home ຂ່າວພາຍໃນ ລາວ-ຫວຽດນາມ ຈັດເວທີສົ່ງເສີມການທ່ອງທ່ຽວ ທີ່ນະຄອນດາໜັງ

ລາວ-ຫວຽດນາມ ຈັດເວທີສົ່ງເສີມການທ່ອງທ່ຽວ ທີ່ນະຄອນດາໜັງ

0

ກອງປະຊຸມ ເວທີສົ່ງເສີມການທ່ອງທ່ຽວລາວ-ດາໜັງ ສສ ຫວຽດນາມ Roadshow 2024 ແມ່ນໜຶ່ງໃນແຜນກິດຈະກໍາປີທ່ອງທ່ຽວລາວ2024. ຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍມອບໃຫ້ກົມໂຄສະນາການທ່ອງທ່ຽວເປັນຜູ້ຈັດຕັ້ງປະຕິບັດ,ເຊິ່ງຈັດຂຶ້ນໃນວັນທີ 6 ສິງຫາ 2024 ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສຸພັນ ຫາດາວເຮືອງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ສສ ຫວຽດນາມ, ທ່ານ ນາງ ເຈືອງທິຮົງແຮ້ງ ຫົວໜ້າພະແນກທ່ອງທ່ຽວ ນະຄອນດາໜັງ, ມີຜູ້ປະກອບການທຸລະກິດການທ່ອງທ່ຽວລາວ ແລະ ນະຄອນດາໜັງ ສສ ຫວຽດນາມເຂົ້າຮ່ວມ 85ຄົນ. ທັງນີ້ ກໍເພື່ອເປີດໂອກາດໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມການທ່ອງທ່ຽວຂອງສອງປະເທດ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ, ລາຍການທ່ອງທ່ຽວ ແລະ ກ້າວໄປເຖິງການຊື້-ຂາຍລາຍການຮັບ-ສົ່ງນັກທ່ອງທ່ຽວເຊິ່ງກັນ ແລະ ກັນ.

ທ່ານ ຄົມ ດວງຈັນທາ ໄດ້ໃຫ້ຮູ້ວ່າ: ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ ເເລະ ຖືເອົາການ ທ່ອງທ່ຽວເປັນຂະເເໜງເສດຖະກິດໜຶ່ງທີ່ສຳຄັນ ເພື່ອພັດທະນາເສດຖະກິດ-ສັງຄົມເເຫ່ງຊາດ; ປະ ກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບເງິນຕາເຂົ້າສູ່ປະເທດຊາດ, ຊຸກຍູ້ໃຫ້ຂະເເໜງ ການອື່ນໆ ມີການພັດທະນາ. ພ້ອມກັນນັ້ນ, ຍັງສົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກຮີດ ຄອງປະເພນີ, ວັດທະນະທໍາ, ທໍາມະຊາດ, ປະຫວັດສາດ ເເລະ ກະສິກໍາ ໃຫ້ມີຄວາມຍືນຍົງ, ເພີ່ມທະວີການຮ່ວມມື ເເລະ ມີສ່ວນຮ່ວມຂອງສັງຄົມ ເພື່ອພັດທະນາໃຫ້ດີຂຶ້ນ. ສໍາລັບການຮ່ວມມືໃນຂະແໜງການທ່ອງທ່ຽວຂອງສອງປະເທດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍມາໂດຍຕະຫລອດ ເຊິ່ງສະແດງອອກ ການນໍາ 2 ຂະແໜງການທ່ອງທ່ຽວລາວ-ຫວຽດນາມ ໄດ້ແລກປ່ຽນການຢ້ຽມຢາມ ແລະ ຈັດກິດຈະກໍາທ່ອງທ່ຽວ ຢູ່ລາວ ແລະ ຢູ່ຫວຽດນາມ ລວມທັງສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ໃນເວທີການທ່ອງທ່ຽວຫລາຍຝ່າຍ ແລະ ສາກົນ; ທັງສອງປະເທດມີຂໍ້ສະດວກ ໃນການເດີນທາງທ່ອງທ່ຽວໄປ ມາຫາສູ່ກັນ, ມີລະບົບການຄົມມະນາຄົມເຊື່ອມຕໍ່, ດ່ານສາກົນທາງບົກ, ສາຍການບິນຮ່າໂນ້ຍ-ວຽງຈັນ, ຮ່າໂນ້ຍ-ຫລວງພະບາງ, ວຽງຈັນ-ດາໜັງເຊິ່ງໄດ້ເອື້ອອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງຂອງນັກທ່ອງທ່ຽວສອງປະເທດ.

ສຳລັບ ນັກທ່ອງທ່ຽວຫວຽດນາມ ເປັນຕະຫລາດທ່ອງທ່ຽວໃຫຍ່ ໃນອັນດັບ 2 ທັດຈາກໄທ, ປີ 2023 ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນໄດ້ 3,4 ລ້ານເທ່ືອຄົນ. ໃນນັ້ນ, ນັກທ່ອງທ່ຽວຫວຽດນາມ 366.839 ເທື່ອຄົນ. ການຈັດເວທີສົ່ງເສີມການທ່ອງທ່ຽວລາວ-ຫວຽດນາມຄັ້ງນີ້, ເປັນການປະກອບສ່ວນສໍາຄັນໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະ ພາບ, ຄວາມສາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ເຊິ່ງແມ່ນມໍລະດົກອັນລ້ຳຄ່າ ຍິ່ງໃຫຍ່ ຂອງສອງຊາດລາວ-ຫວຽດນາມ ໂດຍສະເພາະ ການຮ່ວມມືດ້ານການທ່ອງທ່ຽວ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຫວັງວ່າ ຜູ້ປະກອບການທຸລະກິດທ່ອງທ່ຽວສອງຝ່າຍຈະອອກແຮງຮ່ວມກັນຂຸດຄົ້ນທ່າແຮງການທ່ອງທ່ຽວທີ່ບົມຊ່ອນ, ແລກປ່ຽນຂໍ້ມູນຂ່າວສານ, ຜະລິດຕະພັນທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວເຊື່ອມຕໍ່ ແລະ ກ້າວໄປເຖິງການຊື້-ຂາຍລາຍການຮັບ-ສົ່ງນັກທ່ອງທ່ຽວເຊິ່ງກັນ ແລະ ກັນ.

ທ່ານ ສຸພັນ ຫາດາວເຮືອງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດາໜັງ ໄດ້ມີຄຳເຫັນໃນພິທີບາງຕອນວ່າ: ສອງປະເທດລາວ-ຫວຽດນາມ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຢືນຢູ່ຄຽງ ຂ້າງ ກັນຕະຫລອດໄລຍະປະຫວັດສາດ, ຮ່ວມກັນຜ່ານຜ່າຄວາມທຸກຍາກ ສ້າງສາຍພົວພັນສາມັກຄີ, ມິດຕະພາບອັນ ເປັນມູນເຊື້ອອັນບໍລິສຸດຜຸດຜ່ອງ ທີ່ເປັນເອກະລັກສະເພາະ, ມີໜຶ່ງບໍ່ມີສອງໃນໂລກ. ໃນໄລຍະຜ່ານມາ, ການພົວ ພັນຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ. ທັງໝົດ 18 ແຂວງຂອງລາວລ້ວນແຕ່ມີການຮ່ວມມື ແລະ ເປັນແຂວງແຮກສ່ຽວກັບບັນດາແຂວງຫວຽດນາມ. ເຖິງແມ່ນວ່າ ນະຄອນ ດາໜັງ ຈະເປັນເມືອງໜຶ່ງທີ່ບໍ່ມີຊາຍແດນຕິດຈອດກັບລາວ ແຕ່ກໍມີການພົວພັນຮ່ວມມືຮອບດ້ານກັບ 5 ແຂວງ ພາກໃຕ້ຂອງລາວ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງສະຫວັນນະເຂດ.

ໂອກາດນີ້, ທ່ານ ນາງ ເຈືອງທິຮົງແຮ້ງ ໄດ້ກ່າວວ່າ: ໂຄງການເຊື່ອມຕໍ່ການທ່ອງທ່ຽວລາວ ທີ່ນະ ຄອນດາໜັງໃນມື້ນີ້ ຈະສະໜັບສະໜູນ ແລະ ຊ່ວຍໃຫ້ບັນດາບໍລິສັດທ່ອງທ່ຽວຂອງດາໜັງ ໄດ້ຮັບຮູ້,ເຂົ້າເຖິງຂໍ້ມູນຂ່າວສານ, ຜະລິດ ຕະພັນການທ່ອງທ່ຽວໃໝ່ຂອງ ສປປ ລາວຫລາຍຂຶ້ນ. ນີ້ຖືເປັນໂອກາດໜຶ່ງ ເພື່ອໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວຂອງລາວ ແລະ ທຸລະກິດການທ່ອງທ່ຽວຂອງດາໜັງ ໄດ້ສຶກສາຄວາມອາດສາມາດ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວລາວ ແລະ ນັກທ່ອງທ່ຽວຫວຽດນາມເຊິ່ງຈະເປັນປັດໄຈສໍາຄັນພາກທຸລະກິດເອົາໃຈໃສ່ສຶບຕໍ່ປັບປຸງໃຫ້ສອດຄ່ອງກັບທ່າອຽງເພີ່ມຂຶ້ນຂອງນັກທ່ອງທ່ຽວແຕ່ລະປະເທດ. ທ່ານໃຫ້ຄໍາໝັ້ນສັນຍາວ່າຈະສຶບຕໍ່ຊຸກຍູ້ໃຫ້ພາກທຸລະກິດຈັດການຢ້ຽມຍາມແຫລ່ງທ່ອງທ່ຽວລາວເພື່ອໃຫ້ເຂົາເຈົ້າໄດ້ເຂົ້າໃຈກ່ຽວກັບຮູບແບບການບໍລິການທຸລະກິດທ່ອງທ່ຽວລາວຫລາຍຂຶ້ນ.

ຂ່າວ-ພາບ: ວີລະວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version