Thursday, February 13, 2025
Homeແຈ້ງການສໍາຄັນແຈ້ງເຕືອນໄພນໍ້າຖ້ວມ ວັນທີ 02 ສິງຫາ 2024

ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 02 ສິງຫາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງພາດຜ່ານຢູ່ເຂດພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກາລັງແຮງ ປານກາງພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຊຶ່ງຈະເຮັດໃຫ້ລະດັບນໍ້າຢູ່ຕາມແມ່ນໍ້າສາຂາຢູ່ແຂວງພາກກາງ ໂດຍສະເພາະສະຖານີນໍ້າຊອງ ແລະ ນໍ້າເຊບັ້ງໄຟ ໄດ້ກາຍເຂດລະດັບເຕືອນ ໄພ ແລະ ກາຍເຂດອັນຕະລາຍເຊັ່ນ: ສະຖານີ ນໍ້າຊອງ ລະດັບນໍ້າ ເວລາ 07:00 ໂມງ ຂອງວັນທີ 02 ສິງຫາ 2024 ແທກໄດ້ 3.54 ແມັດ (ລະດັບນໍ້າເຂດເຕືອນໄພ 3.50 ແມັດ; ເຂດອັນຕະລາຍ 4.50 ແມັດ), ສະຖານີ ມະຫາໄຊ ແທກໄດ້ 14.38 ແມັດ (ລະດັບນໍ້າເຂດເຕືອນໄພ 14.00 ແມັດ; ເຂດອັນຕະລາຍ 15.00 ແມັດ). ສະຖານີ ເຊບັ້ງໄຟ ແທກໄດ້ 18.53 ແມັດ (ລະດັບນໍ້າເຂດເຕືອນໄພ 17.50 ແມັດ; ເຂດອັນຕະລາຍ 18.50 ແມັດ) ແລະ ສະຖານີ ຕົ້ນແຫນ ລະດັບນໍ້າແມ່ນ 12.40 ແມັດ (ເຂດເຕືອນໄພ12.00 ແມັດ; ເຂດອັນຕະລາຍ 13.00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນບັນດາແຂວງ ພາກກາງ ໂດຍສະເພາະປະຊາຊົນທີ່ອາໃສຢູ່ລຽບຕາມ ນໍ້າຊອງ, ນໍ້າເຊບັ້ງໄຟ, ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments