Home ຂ່າວໜ້າໜຶ່ງ ສະຫະພາບເອີຣົບ-ຢູນິເຊັບ ມອບອຸປະກອນ ICT ໃຫ້ ກະຊວງສຶກສາທິການ ແລະ ກິລາ

ສະຫະພາບເອີຣົບ-ຢູນິເຊັບ ມອບອຸປະກອນ ICT ໃຫ້ ກະຊວງສຶກສາທິການ ແລະ ກິລາ

0

ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ໄດ້ມອບອຸປະກອນ ICT ມູນຄ່າທັງໝົດ 670,000 ໂດລາສະຫະລັດໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນການສະໜັບສະໜູນ ຍຸດທະສາດດິຈິຕອນ ສຳລັບການສຶກສາ ຂອງກະຊວງ ແລະ ປະກອບສ່ວນເຂົ້າຕໍ່ການສົ່ງເສີມ ການຫັນປ່ຽນທາງດ້ານດິຈິຕອນ ໃນລະ​ບົບ​ການ​ສຶກ​ສາ ​ແລະ ການຮຽນການສອນໃນປະເທດ​.

ອຸປະກອນທີ່ໄດ້ມອບນັ້ນລວມມີ ຄອມພິວເຕີຕັ້ງໂຕະ, ແລັບທັອບ, ເຄື່ອງສະແກນ, ອຸປະກອນສຳລັບການຈັດປະຊຸມທາງໄກແລະ ແທັບເລັດ ເຊິ່ງທັງໝົດນັ້ນ ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ຕໍ່ການປັບປຸງການສຶກສາ ພາຍໃຕ້ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາ ໃນ ສປປ ລາວ (PSES).

ໃນພິທີິມອບຮັບອຸປະກອນດັ່ງກ່າວ, ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ໄດ້ເນັ້ນໜັກເຖິງຜົນສຳເລັດ ຂອງການຮ່ວມມືພາຍໃຕ້ແຜນງານດັ່ງກ່າວ: “ກະຊວງສຶກສາທິການ ແລະ ກີລາ ຕີລາຄາສູງຕໍ່ການຮ່ວມມືດັ່ງກ່າວນີ້ເຊິ່ງມີຄວາມສຳຄັນຫຼາຍຕໍ່ການປັບປຸງ ລະບົບການສຶກສາຂອງປະເທດພວກເຮົາ ໂດຍນຳໃຊ້ນະວັດຕະກໍາດ້ານເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ຍຸດທະສາດ ດິຈິຕອນ ສຳລັບການສຶກສາ”. ຍຸດທະສາດດັ່ງກ່າວ, ເຊິ່ງຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ, ໄດ້ຖືກສ້າງຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານການຮ່ວມມືທີ່ໄດ້ກ່າວມາ ເຊິ່ງໄດ້ສະໜອງວິໄສທັດໃນການເສີມສ້າງຄວາມເຂັ້ມແຂງ ທາງດ້ານການສຶກສາ, ທັກສະດ້ານດິຈິຕອນ ແລະ ລະບົບຂໍ້ມູນຂ່າວສານ ແລະ ການຮຽນຮູ້ ໃນທົ່ວ ສປປ ລາວ.

ນອກນ້ັນ, ພິທີມອບ-ຮັບອຸປະກອນດັ່ງກ່າວ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນສຳຄັນ ທີ່ສາມາດບັນລຸໄດ້ໃນໄລຍະ 5ປີຜ່ານມາ ພາຍໃຕ້ແຜນງານ PSES,ລວມທັງການສ້າງລະບົບຂໍ້ມູນຂ່າວສານ ການຄຸ້ມຄອງການສຶກສາ ແລະ ກິລາ ທີ່ມີຊືວ່າ LESMIS”, ຖານຂໍ້ມູນການຮຽນການສອນ ຄັງປັນຍາລາວ,ລາຍການໂທລະພາບ​ພິເສດ ສຳລັບເດັກກ່ອນໄວຮຽນ ຊື່ວ່າ ເຮືອນຂອງຂ້ອຍ,ພ້ອມທັງຄວາມພະຍາຍາມໂດຍລວມ ໃນການຮັບປະກັນການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ການກັບຄືນສູ່ໂຮງຮຽນຢ່າງປອດໄພສຳລັບເດັກ ໃນໄລຍະການລະບາດຂອງພະຍາດ ໂຄວິດ19 ອີກເຊັ່ນດຽວກັນ.

ໃນພິທີມອບຮັບດັ່ງກ່າວ, ທ່ານ ນາງ ອີນາ ມາຈູລໍນີແຕ,ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ,ກໍ່ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ສະຫະພາບເອີຣົບ ຕໍ່ກັບການຊຸກຍູ້ວຽກງານສຶກສາ ໂດຍຜ່ານການຮ່ວມມືກັນຢ່າງໄກ້ຊິດ. ທ່ານໄດ້ກ່າວວ່າ: “ສະຫະພາບເອີຣົບເຫັນເຖິງຄວາມສຳຄັນ ໃນການເສີມສ້າງຄວາມເຂັ້ມແຂງ ຂອງຂະແໜງການສຶກສາ ໃນ ສປປ ລາວ ເປັນບູລິມະສິດ ແລະພວກເຮົາຍິນດີ ທີ່ຈະລົງທຶນໃນວຽກງານນີ້ແລະ ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຕໍ່ກັບຄວາມພະຍາຍາມ ໃນການປັບປຸງການສຶກສາ ໃນ ສປປ ລາວ. ອຸປະກອນ ICT ທີ່ໄດ້ມອບນັ້ນ ຈະຊຸກຍູ້ຄວາມສາມາດ ໃນການຈັດຕັ້ງປະຕິບັດ ຍຸດທະສາດ ດິຈິຕອນ ສຳລັບການສຶກສາ ຂອງກະຊວງ ເພື່ອຮັບປະກັນ ​ການສະໜອງ​ສຶກສາທີ່ດີ ​ໃຫ້​ແກ່​ເດັກນ້ອຍ​ລາວ​ທຸກ​ຄົນ.”

ທ່ານ ນາງ ປອ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ,ກໍ່ໄດ້ຍົກໃຫ້ເຫັນເຖິງບົດບາດຂອງເຕັກໂນໂລຊີ ໃນການບັນລຸຄວາມສະເໝີພາບ ໃນການເຂົ້າເຖິງການສຶກສາ. “ຜົນສຳເລັດຂອງ ຄັງປັນຍາລາວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງພະລັງແຫ່ງການຮ່ວມມື ແລະ ເຕັກໂນໂລຊີ ໃນການນຳໃຊ້ຄຸນປະໂຫຍດຂອງວິທະຍາສາດໃນການຮຽນຮູ້,ນັບແຕ່ຊັ້ນປະຖົມ ຈົນຮອດມັດທະຍົມສຶກສາ. ອົງການຢູນິເຊັບ ມີຄວາມພູມໃຈ ທີ່ໄດ້ເປັນສ່ວນໜຶ່ງ ຂອງການຫັນປ່ຽນດ້ານການສຶກສາ ໃນ ສປປ ລາວ, ເຊິ່ງມີທ່າແຮງເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນຈະສາມາດຮຽນຮູ້ ແລະ ຈະເລີນເຕີບໂຕໄດ້ຢ່າງເຕັມທີ່.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version