Home ຂ່າວຕ່າງປະເທດ ບັນດາປະເທດເພື່ອນມິດສາກົນ ແບ່ງເບົາຄວາມເສົ້າສະຫລົດໃຈຕໍ່ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ

ບັນດາປະເທດເພື່ອນມິດສາກົນ ແບ່ງເບົາຄວາມເສົ້າສະຫລົດໃຈຕໍ່ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ

0

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ29 ກໍລະກົດນີ້, ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ, ໂດຍມີ ການນຳຂັ້ນສູງ ບັນດາປະເທດ ແລະ ອົງການ ຈັດຕັ້ງສາກົນ, ບັນດາພັກ ກຳອຳນາດ, ພັກກອມມູນິດ ໃນໂລກ, ບັນດາພັກ ຄູ່ຮ່ວມມື ແລະ ເພື່ອນມິດສາກົນ ຈາກ 103 ປະເທດ ແລະ ເຂດແຄວ້ນ ແລະ 32 ອົງການຈັດຕັ້ງສາກົນ, ໃນນັ້ນມີ: ຄະນະທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ອາເມລິກາ, ປະທານສະມັດຊາໃຫຍ່ ສ.ປ.ຊ, ປະທານາທິບໍດີ ອິນໂດເນເຊຍ; ກະສັດ ແດນມາກ; ປະທານາທິບໍດີ ປານາມາ; ນາຍົກລັດຖະມົນຕີແຫ່ງລັດ ປາແລັດສະຕິນ; ປະທານາທິບໍດີ ສະຫະພັນ ສະວິດ; ລັດຖະບານ ຣາວັນດາ; ຜູ້ອຳນວຍການໃຫຍ່ ອົງການ ອະນາໄມໂລກ; ເລຂາທິການໃຫຍ່ ສະຫະພັນ ລັດຖະສະພາສາກົນ; ເລຂາທິການໃຫຍ່ ສະຫະພັນ ໂທລະຄົມມະນາຄົມ ສາກົນ; ເລຂາທິການໃຫຍ່ ອົງການ ໂອເຊອານີ; ທັງເປັນປະທານພັກ ປະຊາຊົນສັງຄົມ ເຢຍລະມັນ; ລັດຖະມົນຕີ ກະຊວງການຕ່າງປະເທດ ອິດສະຣາແອນ; ຄະນະກຳມະການ ສູນກາງພັກກອມມູນິດເຊັກ, ພັກກອມມູນິດແຟງລັງ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ນອກແວ ແລະ ອີກຫລາຍປະເທດ ໄດ້ສົ່ງໂທລະເລກ, ຈົດໝາຍ, ສານ ແບ່ງເບົາຄວາມເສົ້າສະຫລົດໃຈ 500 ສະບັບ ເຖິງ ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ, ສະຫາຍ ປະທານປະເທດ ຫວຽດນາມ ໂຕເລິມ; ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ, ສະຫາຍ ປະທານສະພາແຫ່ງຊາດ ເຈີນແທງເໝີ້ນ, ຜູ້ປະຈຳການຄະນະເລຂາສູນກາງ ເລື່ອງເກືອງ, ປະຊາຊົນ ຫວຽດນາມ ແລະ ຄອບຄົວ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ.ນອກນີ້ ຍັງມີ 100 ຄະນະ ຜູ້ແທນສາກົນ ໄດ້ມາໄວ້ອາໄລ ແລະ ສົ່ງພວງມາລາ ແບ່ງເບົາຄວາມເສົ້າສະຫລົດໃຈ ຢູ່ຫວຽດນາມ ແລະ ມີ 3500 ຄະນະຜູ້ແທນສາກົນ ໄດ້ມາໄວ້ອາໄລ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ຢູ່ຕາມສຳນັກງານ ຜູ້ຕາງໜ້າ ຂອງ ຫວຽດນາມ ຢູ່ທຸກແຫ່ງໃນທົ່ວໂລກ.ເຄົາລົບນັບຖືຕໍ່ ຄວາມສາມັກຄີ ແລະ ການແບ່ງປັນ ຂອງບັນດາປະເທດ, ຄູ່ຮ່ວມມື, ບັນດາພັກ ແລະ ເພື່ອນມິດສາກົນ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ປະທານ ປະເທດ ໂຕເລີມ, ສະຫາຍ ນາຍົກລັດຖະມົນຕີ ຟ້າມບິ່ງມິງ, ປະທານ ສະພາແຫ່ງຊາດ ເຈີ່ນແທງເມີ້ນ, ຜູ້ປະຈຳການ ຄະນະເລຂາສູນກາງພັກ ເລື່ອງເກືອງ ໄດ້ສົ່ງຈົດໝາຍ ແລະ ໂທລະເລກ ສະແດງ ຄວາມຂອບອົກ ຂອບໃຈຕໍ່ ນ້ຳໃຈພິເສດ ແລະ ຄຳຢື້ຢາມ ຖາມຂ່າວລະດົມ ກຳລັງໃຈຕໍ່ ຄວາມສູນເສຍ ອັນໃຫຍ່ຫລວງຂອງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຟູ໋ຈ້ອງ. ການນຳພັກ ແລະ ລັດ ຫວຽດນາມ ປາດຖະໜາ ຢາກພ້ອມກັບ ບັນດາ ປະເທດ ຄູ່ຮ່ວມມື ສືບຕໍ່ປະຕິບັດ ຄຳໝັ້ນສັນຍາ ຂອງ ສະຫາຍ ເລຂາທິການໃຫຍ່ ເພື່ອແນໃສ່ ເພີ່ມທະວີການພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ຄູ່ຮ່ວມມື, ປະກອບສ່ວນ ເຂົ້າໃນສັນຕິພາບ, ການຮ່ວມມື ແລະ ຄວາມຈະເລີນ ຮຸ່ງເຮືອງ ໃນພາກພື້ນ ແລະ ໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version