Home ຂ່າວການເມືອງ ສາຍພົວພັນລາວ-ຫວຽດນາມ ຄືສາຍພົວພັນພິເສດ ທີ່ເປັນເອກະລັກສະເພາະໃນໂລກ

ສາຍພົວພັນລາວ-ຫວຽດນາມ ຄືສາຍພົວພັນພິເສດ ທີ່ເປັນເອກະລັກສະເພາະໃນໂລກ

0

ໃນປະຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ ເປັນມູນເຊ້ືອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນແຍງແບບຢ່າງອັນພົ້ນເດັ່ນ ທີ່ບໍ່ເຄີຍມີມາກ່ອນ ໂດຍໄດ້ເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ ທັງໃນຂະບວນການຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ຈຸດພິເສດໃນສາຍພົວພັນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ແມ່ນພວກເຮົາໄດ້ຕໍ່ສູ້ຮ່ວມກັນ ແລະ ໄດ້ຮັບໄຊຊະນະໃນໄລຍະດຽວກັນ ຂອງປະຫວັດສາດການປະຕິວັດຄື: ໃນປີ 1945, ສອງປະເທດໄດ້ຢືດອຳນາດການປົກຄອງ, ໃນປີ 1954 ໄດ້ຮັບໄຊຊະນະລ່າເມືອງ ຂ້ຶນຝຣ່ັງ, ປີ1975 ໄດ້ຮັບໄຊຊະນະໃນສົງ ຄາມຕໍ່ຕ້ານຈັກກະພັດອາເມລິກາ, ສຳເລັດການປະຕິວັດປົດປ່ອຍປະເທດຊາດ ແລະ ປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີຜົນສຳເລັດ.

ສາຍພົວພັນລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງປະເທດ ແມ່ນສາຍພົວພັນທີ່ຈົງຮັກພັກດີ, ໂປ່ງໃສ, ມີຄວາມເຄົາລົບເຊິ່ງກັນ ແລະ ກັນ, ໃຫ້ການຊ່ວຍເຫລືອຢ່າງສຸດອົກສຸດໃຈ, ໝົດຈິດໝົດໃຈ.ຜ່ານຄວາມຍາກເຂັນສາຍພົວພັນດັ່ງກ່າວບໍ່ໄດ້ແຕກແຫງທັງບໍ່ໄດ້ທັບມ້າງ ເຖິງແມ່ນວ່າພວກກຳລັງສັດຕູຈະພະຍາຍາມເຄື່ອນໄຫວຕ້ານ ແລະ ທຳລາຍ, ກົງກັນຂ້າມສາຍພົວພັນນັ້ນນັບມື້ນັບຊື່ສັດຈິງໃຈແໜ້ນແຟ້ນ. ດັ່ງທີ່ປະທານ ໄກສອນ ພົມວິຫານ ເຄີຍໄດ້ກ່າວວ່າ: ໃນປະຫວັດສາດການປະຕິວັດທົ່ວໂລກ ມີຫລາຍແວ່ນແຍງແບບຢ່າງອັນດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບ ແຕ່ບໍ່ມີຢູ່ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດດົນນານ ແລະ ຮອບດ້ານຄືດັ່ງການພົວພັນ ລາວ- ຫວຽດນາມ ຮຸ່ນລູກຫລານຊາວ ຫວຽດນາມໄດ້ມາຊ່ວຍເຫລືອປະຊາຊົນລາວ ຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ສ້າງຊີວິດໃໝ່ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກ.

ຫລາຍສະຫາຍໄດ້ອຸທິດຊີວິດຂອງຕົນສຳຫລັບການປະຕິວັດລາວ, ຖືເອົາປະເທດລາວ ເປັນປະເທດທີສອງຂອງຕົນ. ໃນທົ່ວດິນແດນແຫ່ງປະເທດລາວ, ເລືອດຂອງນັກຮົບຫວຽດນາມ ໄດ້ປະສົມເຂົ້າກັບເລືອດຂອງພະນັກງານສະມາຊິກພັກນັກຮົບ ແລະ ປະຊາຊົນລາວ. ປະຊາຊົນລາວ ກ່ໍໄດ້ເສຍສະຫລະເລືອດເນື້ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ປັບປຸງສາຍພົວພັນອັນພິເສດດັ່ງກ່າວ ເພື່ອປະຕິບັດຄຳໂອວາດສຸດທ້າຍຂອງ ລຸງໂຮ່ ເລືອດເນື້ອຂອງນັກຮົບວິລະຊົນຫລວງຫລາຍ, ນ້ຳຕາຂອງບັນດາຜູ້ເປັນແມ່, ເຫື່ອແຮງຂອງປະຊາຊົນຫວຽດນາມ ໄດ້ເສຍສະຫລະເພື່ອພ່ີນ້ອງຮ່ວມຊາດ ແລະ ເພື່ອນຜູ້ຮ່ວມອຸດົມການຂອງສອງປະເທດ ພວກເຮົາປາຖະໜາຮ່ວມແຮງຮ່ວມໃຈນຳປະຊາຊົນຫວຽດນາມ ໃນການປົກປັກຮັກສາ ຄວາມສາມັກຄີແບບພິເສດຕະຫລອດກາລະນານ.

ຜ່ານຄໍາເວ້ົາອັນມີຄວາມໝາຍຂອງ ປະທານ ໄກສອນ ພົມວິຫານນັ້ນ, ການນຳລາວ ຫລາຍຮຸ່ນຄົນກໍໄດ້ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍ່ິງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ- ຫວຽດນາມ ໃຫ້ບັນລຸຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍນ້ຳໃຈອັນຊື່ສັດຈິງໃຈເຊິ່ງກັນ ແລະ ກັນ, ສະໜິດຕິດແໜ້ນກັນຕໍ່ສູ້ເສຍສະຫລະ ເພື່ອຄວາມເປັນເອກະລາດເສລີພາບ ແລະ ພາລະກິດສ້າງສາ, ປົກປັກຮັກສາປະເທດ. ໂດຍຜ່ານໄລຍະປະຕິວັດທີ່ຫຍຸ້ງຍາກ ແລະ ໄຊຊະນະອັນສະຫງ່າງາມຂອງປະຊາຊົນສອງຊາດ ລາວ-ຫວຽດນາມ, ປະເທດລາວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດສຳຄັນຄຸນຄ່າການປະຕິວັດ, ມະນຸດສະທຳ ແລະ ປະສິດທິຜົນໃຫຍ່ໆຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ໃນອະນາຄົດເຊື່ອໝັ້ນວ່າ, ພວກເຮົາຍິ່ງເຫັນໄດ້ຢ່າງຈະແຈ້ງເຖິງຄວາມຈຳເປັນໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດນີ້. ພ້ອມກັນນັ້ນຕ້ອງມີສະຕິລະວັງຕົວຕໍ່ສູ້ ຢ່າງບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາ ຖ້ອຍທຳນອງທີ່ປໍລະປັກທຳລາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ພ້ອມນີ້ ຫວຽດນາມ ແລະ ລາວ ຕ້ອງມານະພະຍາຍາມກວ່ານີ້ອີກ ເພື່ອກໍ່ສ້າງເສັ້ນຊາຍແດນສັນຕິພາບມິດຕະພາບ ແລະ ພັດທະນາ, ສ້າງກົນໄກປ້ອງກັນ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຂ້າມຊາຍແດນ ແລະ ຮັກສານ້ຳໃຈອັນດີງາມ ລະຫວ່າງ ຊຸມຊົນທີ່ຢູ່ສອງເບື້ອງຊາຍແດນ. ສອງປະເທດ ກໍ່ຕ້ອງຊອກຫາບັນດາຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ ເພື່ອສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ; ເພີ່ມທະວີການສຶກສາໃຫ້ແກ່ຮຸ່ນໜຸ່ມກ່ຽວກັບປະຫວັດສາດຂອງສອງຊາດ.ໂດຍ: ໄໝຄຳຍ້ອມສິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version