Tuesday, September 17, 2024
Homeຂ່າວພາຍໃນຮຽບຮຽງເນື້ອໃນກົດໝາຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ຮຽບຮຽງເນື້ອໃນກົດໝາຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 15-16 ກໍລະກົດຜ່ານມາ ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ (ສພຊ).

ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນກ່າວເປີດວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຕອນບ່າຍວັນທີ 27 ມິ ຖຸນາ 2024 ຈຳນວນ 8 ທ່ານ ໃນ 23 ມາດຕາ ກວມເອົາ 45 ເນື້ອໃນ, ຄະນະຮັບຜິດຊອບປັບປຸງກົດ ໝາຍ ກໍໄດ້ຄົ້ນຄວ້າພິຈາລະນາປັບປຸງໃນເບື້ອງຕົ້ນແລ້ວ ເຊິ່ງທ່ານຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຜົນການປັບປຸງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 01 ກໍລະກົດ 2024 ຫຼັງຈາກນັ້ນ, ສສຊ ກໍໄດ້ພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີ 147 ທ່ານ ເທົ່າກັບ 96,71%; ເຖິງຢ່າງໃດກໍຕາມ, ມີບັນດາທ່ານ ສສຊ ໄດ້ປະກອບຄໍາເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາຕໍ່ເນື້ອໃນຕ່າງໆຂອງຮ່າງກົດໝາຍສະບັບນີ້.

ສະນັ້ນ, ພວກເຮົາຈະໄດ້ສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນມາພິຈາລະນາປັບປຸງໃສ່ກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ, ຖ້າເຫັນວ່າຍັງມີຈຸດໃດ, ຄໍາສັບຄໍາເວົ້າໃດທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນຕື່ມເພື່ອເຮັດໃຫ້ຮ່າງກົດໝາຍມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນກ່ອນປະທານສະພາແຫ່ງຊາດຈະລົງລາຍເຊັນ.

ບັນດາຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາ ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເນື້ອໃນກົດໝາຍສະບັບນີ້ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ; ຮັບປະກັນໃຫ້ບັນດາຄຳຄິດຄຳເຫັນຂອງ ສສຊ ທີ່ໄດ້ປະກອບໃສ່ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ທີ່ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ໄດ້ຮັບການຄົ້ນຄວ້າເລືອກເຟັ້ນປັບປຸງໃສ່ຮ່າງກົດໝາຍດັ່ງກ່າວ ໃຫ້ມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ, ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.

ຂ່າວ-ພາບ: ນາງ ຕາດຳ ຫ່ານຟ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments