Home ຂ່າວພາຍໃນ ເປີດເຝິກອົບຮົມ ວຽກງານສື່ມວນຊົນ ໄລຍະສັ້ນທົ່ວກອງທັບ ຄັ້ງທີ I

ເປີດເຝິກອົບຮົມ ວຽກງານສື່ມວນຊົນ ໄລຍະສັ້ນທົ່ວກອງທັບ ຄັ້ງທີ I

0

ໃນວັນທີ 15 ກໍລະກົດ 2024, ຢູ່ທີໂຮງຮຽນທິດສະດີການເມືອງກອງທັບ ໄດ້ມີພິທິເປິດອົບຮົມ ວຽກງານສື່ມວນຊົນ ໄລຍະສັ້ນທົ່ວກອງທັບ ຄັ້ງທີ I ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມ ໂຄສະນາອົບຮົມ-ກົມໃຫ່ຍການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຮສ ປອ ຄໍາຜາຍ ສະພັງ ເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ ມີເເຂກຖືກເຊີນ ເເລະ ນັກເຝິກອົບຮົມເຂົ້າຮ່ວມ.

ສະຫາຍ ພັນເອກ ທິມສາວ ດວງຈຳປາ ຮອງຫົວໜ້າກົມໂຄສະນາອົບຮົມ-ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານບົດລາຍງານການເຝິກອົບຮົມວຽກງານສື່ມວນຊົນ ທົ່ວກອງທັບ ຄັ້ງທີ I ໂດຍອີງຕາມ ການອະນຸມັດ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍ ການເຝິກອົບຮົມ ວຽກງານສື່ມວນຊົນ ໄລຍະສັ້ນ ທົ່ວກອງທັບ ຄັ້ງທີ I, ຂໍ້ຕົກລົງ ຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການອະນຸມັດ ໃຫ້ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ແລະ ໂຮງຮຽນທິດສະດີການເມືອງກອງທັບ ຈັດຕັ້ງເປີດຊຸດເຝິກອົບຮົມວຽກງານສື່ມວນຊົນ ໄລຍະສັ້ນທົ່ວກອງທັບ ຄັ້ງທີ I, ຈຸດປະສົງ ເເມ່ນເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການ ຂອງວຽກງານສື່ມວນຊົນ ຢູ່ບັນດາກົມກອງ – ທ້ອງຖິ່ນ ໃນສະເພາະໜ້າ ແລະ ຍາວນານ. ໃນນີ້ ມີຈໍານວນພົນເຂົ້າຮ່ວມຊຸດເຝິກອົບຮົມ 116 ສະຫາຍ, ມາຈາກ 63 ຫົວໜ່ວຍກົມກອງ ໃນທົ່ວກອງທັບ, ມີ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງໂຄສະນາ ແລະ ຊ່ວຍວຽກສື່ຈາກອົງການກົມໃຫຍ່, ກອງບັນຊາການທະຫານແຂວງ, ກອງບັນຊາ ການ ທະຫານອາກາດ, ວິທະຍາຄານ, ກອງພົນ, ໂຮງຮຽນ, ໂຮງໝໍ, ກອງພັນໃຫຍ່, ແລະ ທຽບເທົ່າ ໃນທົ່ວກອງທັບ, ສຳລັບເອກະສານນໍາມາເຝິກອົບຮົມມີທັງໝົດ 17 ບົດ, ໃນນີ້ ມີທິດສະດີ 51 ຊົ່ວໂມງ, ການຈັດຕັ້ງປະຕິບັດຕົວຈິງ 68 ຊົ່ວໂມງ, ມີຄູ-ອາຈານ ພະນັກງານຜູ້ມີປະສົບການຊີ້ນໍາວຽກງານວິຊາ ສະເພາະ ທີ່ມີຄວາມສໍານິສໍານານ 15 ສະຫາຍ, ເຊິ່ງການເຝິກອົບຮົມໃນຄັ້ງນີ້ ຈະດໍາເນີນໄປເປັນເວລາ 30 ວັນ ນັບທັງວັນພັກຜ່ອນທາງລັດຖະການ.

ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ ເນັ້ນໜັກໃຫ້ນັກເຝິກອົບຮົມແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ ຄົ້ນຄວ້າຮ່ຳຮຽນນໍາ ຄູ-ອາຈານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃນການເຝິກອົບຮົມຄັ້ງນີ້, ເພື່ອໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ ໃຫ້ເກີດປະໂຫຍດສູງສຸດ, ເປັນກະບອກສຽງທີ່ດີ ໃນການໂຄສະສະນາ ເຜີຍແຜ່ຜົນງານການເຄື່ອນໄຫວວຽກງານດ້ານຕ່າງໆຂອງກົມກອງ ໃຫ້ເປັນຂະບວນການຟົດຟື້ນ ແລະ ແຂງແຮງ, ພ້ອມທັງເປັນການປັບປຸງກໍ່ສ້າງຕົນເອງໃຫ້ກາຍເປັນນັກຂ່າວທີ່ດີເດັ່ນ ແລະ ນັກຂ່າວມືອາຊີບ.

ໂດຍ:ບຸນຊ້ອຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version