Sunday, September 8, 2024
Homeຂ່າວດ່ວນກົມສູ້ຮົບ ກົມໃຫຍ່ເສນາກອງທັບ ອອກແຈ້ງການຫັດແອບລົດຫຸ້ມເກາະນັບແຕ່ວັນທີ 8 ກໍລະກົດ ເປັນຕົ້ນໄປ

ກົມສູ້ຮົບ ກົມໃຫຍ່ເສນາກອງທັບ ອອກແຈ້ງການຫັດແອບລົດຫຸ້ມເກາະນັບແຕ່ວັນທີ 8 ກໍລະກົດ ເປັນຕົ້ນໄປ

ກົມສູ້ຮົບ ກົມໃຫຍ່ເສນາກອງທັບ ອອກແຈ້ງການຫັດແອບລົດຫຸ້ມເກາະນັບແຕ່ວັນທີ 8 ກໍລະກົດ ເປັນຕົ້ນໄປແຈ້ງການ ເລກທີ: 862/ກສຮ ນະຄອນຫຼວງວຽງຈັນ, ວັນທີ: 5 ກໍລະກົດ 2024

ເລື່ອງ: ການຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫຼວງ ວຽງຈັນ ເພື່ອປ້ອງກັນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບ ໃນທ້າຍປີ 2024 ນີ້.

– ອີງໃສ່ ຕາມທິດຊີ້ນໍາ ຂອງຄະນະຊີ້ນໍາລະດັບຊາດກະກຽມກອງປະຊຸມສຸດຍອດອາຊຽນ.

– ອີງໃສ່ ທິດດຊີ້ນໍາ ຂອງຄະນະອະນຸກຳມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ວ່າດ້ວຍການຫັດແອບ ຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫລວງວຽງຈັນ ເພື່ອກະກຽມປ້ອງກັນ ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃນທ້າຍປີ 2024 ທີ່ຈະມາເຖິງ.

ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນນາມກອງເລຂາຄະນະອະນຸກຳມະການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຂໍຖືເປັນກຽດຢ່າງສູງຮຽນມາຍັງທ່ານ ຊາບວ່າ:

1. ພວກເຮົາຈະເລີ່ມຫັດແອບແລ່ນລົດຫຸ້ມລົດເບົາຈໍານວນ 02 ຊະນິດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເພື່ອເປັນການຫັດແອບໃຫ້ນັກຂັບຂີ່ ມີຄວາມຊໍານິຊໍານານໃນການແລ່ນລົດໃນຕົວເມືອງ, ໃນສະພາບເສັ້ນທາງທີ່ ແອອັດເຕັມໄປດ້ວຍຍານພາຫະນະ, ຝູງຊົນ ແລະ ຊຳນິຊຳນານໃນການແລ່ນລົດສູ້ຮົບຕາມເສັ້ນທາງຕ່າງໆໃນຕົວ ເມືອງ ທັງເປັນການປະຕິບັດພັນທະສາກົນວ່າດ້ວຍວຽກງານປ້ອງກັນຄວາມສະຫງົບເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ ການນໍາ ແລະ ແຂກຕ່າງປະເທດທີ່ຈະມາຮ່ວມກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ນີ້.

2. ການຫັດແອບຈະດໍາເນີນເປັນແຕ່ລະໄລຍະ ນັບຕັ້ງແຕ່ວັນທີ 08/07/2024 ເປັນຕົ້ນໄປຈົນສໍາເລັດກອງປະຊຸມ ສຸດຍອດອາຊຽນ ເຊິ່ງບໍ່ສາມາດເປີດເຜີຍແຜນການເຄື່ອນໄຫວລະອຽດໃຫ້ທ່ານຊາບໄດ້; ການຫັດແອບຈະມີທັງ ກາງເວັນ ແລະ ກາງຄືນ ຕາມແຜນການທີ່ໄດ້ກຳນົດໄວ້.

ດັ່ງນັ້ນ ຈຶ່ງຮຽນມາຍັງທ່ານເພື່ອຊາບ ແລະ ຊ່ວຍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນຊາວນະຄອນຫຼວງວຽງຈັນ ຮັບຊາບ ແລະ ບໍ່ໃຫ້ແຕກຕື່ນຕໍ່ການຫັດແອບຂອງພວກເຮົາໃນຄັ້ງນີ້ດ້ວຍ.

ຮຽນມາດ້ວຍຄວາມນັບຖືຢ່າງສູງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments