Home ຂ່າວຕ່າງປະເທດ ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 40%

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 40%

0

ສຳນັກຂ່າວ ເອເອຟພີ, ວັນທີ1ກໍລະກົດນີ້, ກຳປູເຈຍ ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ເພີ່ມຂຶ້ນ40% ຈາກປີ2023 ຫລາຍກວ່າ 2 ລ້ານເທື່ອຄົນ ໃນໄລຍະ 5ເດືອນ ຂອງປີ2024 ໂດຍສະເພາະ ແມ່ນນັກທ່ອງ ທ່ຽວ ມາຈາກ ໄທ ແລະ ສສ ຫວຽດນາມ ມີທ່າອຽງເພີ່ມສູງຂຶ້ນ ໃນໄລຍະນີ້ ໃນນັ້ນ 1,7 ລ້ານເທື່ອຄົນ ເປັນນັກທ່ອງທ່ຽວ ທີ່ເດີນທາງມາທ່ອງທ່ຽວ ຢູ່ຕາມຊາຍແດນ. ປັດຈຸບັນກຳປູເຈຍ ມີການຈ້າງເຈົ້າໜ້າທີ່ກວດຄົນເຂົ້າເມືອງ ມາຮັບໃຊ້ວຽກງານທ່ອງທ່ຽວຫລາຍກວ່າ 1.200ຄົນ ຂະນະນີ້ມີຫລາຍກວ່າ 3.700 ຄົນ ຫລື ປະມານ 80% ໄດ້ຮັບການຝືກອົບຮົມເພື່ອພັດທະນາຂີດຄວາມສາມາດເພື່ອສົ່ງເສີມວຽກງານທ່ອງທ່ຽວໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version