Friday, October 18, 2024
Homeຂ່າວພາຍໃນສູ່ຊົນປ່ອຍປາ-ສັດນໍ້າ ປີນີ້ໃຫ້ບັນລຸ 64 ລ້ານໂຕ

ສູ່ຊົນປ່ອຍປາ-ສັດນໍ້າ ປີນີ້ໃຫ້ບັນລຸ 64 ລ້ານໂຕ

ດັ່ງທີ່ພວກເຮົາຮູ້ແລ້ວວ່າ ວັນທີ 13 ກໍລະກົດ ຂອງທຸກປີ  ແມ່ນອີກວັນສຳຄັນໜຶ່ງ ໂດຍສະເພາະວັນເກີດຂອງປະທານສຸພານຸວົງ ທັງເປັນວັນອະນຸລັກສັດນ້ຳ-ສັດປ່າ ວັນປ່ອຍປາແຫ່ງຊາດ. ດັ່ງນັ້ນ, ພວກເຮົາຕ້ອງພ້ອມກັນສ້າງຂະບວນການປົກປັກຮັກສາ ແລະ ພັດທະນາປາ ແລະ ສັດນໍ້າເນື່ອງໃນວັນ ດັ່ງກ່າວ ປີ 2024ນີ້ ໃຫ້ມີບັນຍາກາດຟົດຟຶ້ນທັງບັນລຸ 64 ບ້ານໂຕ. ພັກ ແລະ ລັດຖະບານຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການອະນຸລັກ, ປົກປັກຮັກສາ, ພັດທະນາປາ ແລະ ສັດນໍ້າເປັນວຽກສໍາຄັນ ແລະ ມີຄວາມຈໍາເປັນສໍາລັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ (ມາດຕາ 95 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງສະບັບປັງປຸງ) ຊຶ່ງໃນແຕ່ລະປີການຈັດຕັ້ງແຕ່ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນຕະຫລອດຮອດພໍ່ແມ່ປະຊາຊົນ ກໍໄດ້ຈັດພິທີປ່ອຍປາລົງສູ່ແຫລ່ງນໍ້າທຳມະຊາດ ແລະ ເຂດພື້ນທີ່ຂອງຕົນຢ່າງເປັນ ຂະບວນຟົດຟື້ນ ຕິດພັນກັບການຍົກສູງຄວາມຮັບຜິດຊອບຂອງສັງຄົມ ໃນການເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ແບບຍືນຍົງ.

ຢ່າງໃດກໍດີ ໃນປີ 2024 ນີ້, ຂະແໜງການກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນສູ້ຊົນໃນການປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ເພື່ອບັນລຸຕົວເລກດັ່ງກ່າວຕິດພັນກັບການສົ່ງເສີມການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປາ ແລະ ສັດນໍ້າໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງນັ້ນ, ພວກເຮົາຕ້ອງເປັນເຈົ້າການຈັດຕັ່ງປະຕິບັດແຈ້ງການ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3024/ກປ ລົງວັນທີ 11 ມິຖຸນາ 2024 ຢ່າງເປັນເຈົ້າການ. ຢູ່ໃນແຈ້ງການດັ່ງກ່າວ ຍັງມີບາງຂໍ້ທີ່ພົວພັນເຖິງທຸກພາກສ່ວນ ໃນສັງຄົມທີ່ຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະແມ່ນຂໍ້ 5. ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງມີພຶດຕິກຳໃດໜຶ່ງ ດັ່ງນີ້: ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງເພື່ອຫາຫລືຈັບສັດນໍ້າແບບດັບສູນ; ຫ້າມນໍາໃຊ້ເຄື່ອງມືຫາສັດນໍ້າທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນເຊັ່ນ: ອວນ, ລີ, ມອງຕາຖື, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫ້າມຫາສັດນໍ້າ ຈາກແຫລ່ງນໍ້າທໍາມະຊາດ ດ້ວຍການຕັນຫ້ວຍ, ໂສກ, ປຸງ, ຄອງນໍ້າ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນໍ້າຕະຫລອດປີ; ຮັບເອົາ, ຊຂາຍ, ຄອບຄອງ ຫລື ຂົນສົ່ງສັດນໍ້າບັນຊີ 1 ໂດຍບໍ່ໄດ້ຮັບອະນຸຍາດ; ສ້າງສິ່ງກີດຂວາງທາງເດີນຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ; ລ້ຽງ ຫລື ປ່ອຍສັດນໍ້າຕ່າງຖິ່ນທີ່ມີຄວາມສ່ຽງທໍາລາຍສັດນໍ້າພື້ນເມືອງ ແລະ ລະບົບນິເວດປູກພືດນໍ້າ ທີ່ຈະເປັນການທໍາລາຍລະບົບນິເວດ ຫລື ແຫລ່ງລ້ຽງສັດໂດຍບໍ່ໄດ້ຮັບອະນຸຍາດ; ບຸກລຸກວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ່, ເຂດຈະເລີນເຕີບໂຕ ຂອງລູກສັດນໍ້າ ໄວອ່ອນ; ຫາ ສັດນໍ້າ ໃນລະດູວາງໄຂ່; ບໍລິ ໂພກ, ຊື້-ຂາຍ ສັດນໍ້າທີ່ຕາຍໂດຍບໍ່ຮູ້ສາເຫດ, ເປັນພະຍາດ ຫລື ປົນເປື້ອນສານເຄມີຕົກຄ້າງ; ມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ແລະ ອື່ນໆ. ສຳລັບປີ 2023 ຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ. ດັ່ງນັ້ນ ປີນີ້ພວກເຮົາຕ້ອງພ້ອມກັນເປັນເຈົ້າການສູ້ຊົນປ່ອຍປາໃຫ້ ບັນລຸ  64  ບ້ານໂຕ ຕາມກະຊວງດັ່ງກ່າວວາງອອກ.

ໂດຍ: ຢ່າຕົ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments