Friday, October 18, 2024
Homeຂ່າວໜ້າໜຶ່ງສອສວ ຖະແຫຼງຂ່າວໂຄງການວັດທະນະທຳບ້ານເກີດຂອງຂ້ອຍ

ສອສວ ຖະແຫຼງຂ່າວໂຄງການວັດທະນະທຳບ້ານເກີດຂອງຂ້ອຍ

ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ (ສອສວ) ໄດ້ຈັດງານຖະແຫຼງຂ່າວກ່ຽວກັບໂຄງການວັດທະນະທຳບ້ານເກີດຂອງຂ້ອຍ: ງານບຸນ, ປະເພນີ ແລະ ພິທີກຳ ຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ຮ້ານອາຫານຄູເປີ້ ບ້ານທົ່ງສ້າງນາງ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ນາງ ສຸນັນທາ ກັນລະຍາ ປະທານສະມາຄົມ ສອສວ, ມີ ທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວັນນະແສງ ອິນສານ ຜູ້ປະສານງານດ້ານວັດທະນະທຳ ແລະ ການສື່ສານ ອົງການເພື່ອການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ, ມີຜູ້ໃຫ້ການສະໜັບສະໜູນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ທ່ານນາງ ສຸນັນທາ ກັນລະຍາ ໄດ້ກ່າວວ່າ: ສອສວ ເປັນອົງການຈັດຕັ້ງສັງຄົມ (CSO) ສະມາຊິກປະກອບດ້ວຍສິລະປິນ, ນັກຂຽນ, ນັກເຄື່ອນໄຫວວັດທະນະທໍາ. ໄດ້ຮັບອະນຸມັດໃຫ້ເຄື່ອນໄຫວນັບແຕ່ປີ 2014 ແລະ ຈົດທະບຽນເປັນທາງການໂດຍກະຊວງພາຍ ໃນປີ 2020. ວຽກຂອງພວກເຮົານອນຢູ່ໃນຂະແໜງການວັດທະນະທຳ ແລະ ສຶກສາເປັນຫຼັກ. ສອສວ ມີປະສົບການຫຼາຍປີໃນການຈັດການສົນທະນາ, ການຝຶກອົບຮົມທາງດ້ານວັນນະຄະດີ ແລະ ສິລະປະ ໃຫ້ກັບຄູອາຈານ ແລະ ນັກຮຽນເຊັ່ນ: ກິດຈະກຳສົ່ງເສີມການອ່ານ, ວຽກງານການຈັດພິມປຶ້ມ ແລະ ວຽກງານອະນຸລັກ ທາງດ້ານວັດທະນະທຳ. ຄະນະບໍລິຫານງານ ສອສວ ແລະ ສະມາຊິກ ລ້ວນແຕ່ເປັນຜູ້ທີ່ມີປະສົບປະການ ໃນການຈັດການໂຄງການ ຫຼາຍໂຄງການດ້ານວັດທະນະທໍາເຊັ່ນ: ໂຄງການການອ່ານກາບກອນ ແລະ ການຂັບລຳພື້ນເມືອງ (ແຕ່ປີ 2006 ຈົນເຖິງ ປັດຈຸບັນ), ໂຄງການນັກກາຕູນໜຸ່ມລາວ ກັບສະມາຄົມກາຕູນໄທ (2008), ຝຶກອົບຮົມການເຮັດປື້ມອ່ານປະກອບຮູບກັບນັກແຕ້ມໜຸ່ມ ຮ່ວມກັບ ALC (2012-2013); ຝຶກອົບຮົມນັກແຕ້ມຮູບໜຸ່ມໃນການອອກແບບຕົວລະຄອນ ແລະ storyboard (2016), ຜົນໄດ້ຮັບຂອງໂຄງການເຫຼົ່ານີ້ ໄດ້ສ້າງແຮງບັນດານໃຈ ໃຫ້ນັກສິລະປິນໜຸ່ມລາວຈໍານວນບໍ່ໜ້ອຍ.

ສອສວ ໄດ້ຈັດພິມ ຫຼື ໄດ້ມີສ່ວນຮ່ວມໃນການຈັດພິມປຶ້ມ ແລະ e-books ໃນຫຼາຍຫົວຂໍ້ ແລະ ຫົວເລື່ອງ: ປື້ມອ່ານປະກອບຮູບສໍາລັບເດັກນ້ອຍ, ວັດທະນະທຳ, ໂພຊະນາການ ແລ ກົດໝາຍເຊັ່ນ: ປຶ້ມຄູ່ມື GALS, ປຶ້ມຄູ່ມືຮູ້ສິດຂອງທ່ານ: ການຢ່າຮ້າງ, ປຶ້ມຄູ່ມື ໂພຊະນາການ (LANN Manual) ແລະ ອື່ນໆ. ໃນປີ 2021 ສອສວ ຕອບສະໜອງຕໍ່ການແປ ແລະ ການຈັດພິມປຶ້ມນິທານຂອງເອີຣົບ 10 ຫົວ, ສະມາຊິກ ສສວ ໄດ້ມີສ່ວນຮ່ວມໃນການຈັດທໍາ ປື້ມກາຕູນໂພຊະນາການ “ພວກເຮົາສາມາດເຕີບໃຫຍ່ເຂັ້ມແຂງໄປພ້ອມກັນ” ຂອງ EU ໃນປີ 2022 ປື້ມເຫຼົ່ານີ້ໄດ້ຖືກແຈກຢາຍໃຫ້ຫ້ອງສະໝຸດ ແລະ ໂຮງຮຽນທົ່ວປະເທດ. ຈາກນັ້ນ, ໃນປີ 2023 ພາຍໃຕ້ສໍານັກພິມດອກເກດຜູ້ເປັນເຈົ້າຂອງລິຂະສິດ ສອສວ ໄດ້ເປັນເຈົ້າການ ໃນຂະບວນການແຕ້ມແຕ່ງ ແລະ ຈັດພິມປຶ້ມກາຕູນ “ສ້ອຍສາຍງື່ມ”. ສຳລັບຜົນງານຜ່ານມາທີ່ເປັນໂຄງການຂອງ ສອສວ ໄດ້ແກ່: ໂຄງການ “ເສີມຂະຫຍາຍ ການອ່ານກາບກອນ ແລະ ການຂັບລໍາສັງສິນໄຊ” ໄລຍະ I-II-II (ໄດ້ຮັບທຶນຊ່ວຍເຫຼືອຈາກ SDC ແຕ່ປີ 2015-2021) ຮ່ວມກັບໂຮງມັດທະຍົມໃນ 7 ແຂວງ ແລະ ໂຄງການ AFCP 2022 ການອະນຸລັກຮູບແຕ້ມຝາຜະໜັງສັດຕະວັດທີ 19 ຢູ່ວັດ ໃນແຂວງສະຫວັນນະເຂດ. ໃນປີນີ້ ສອສວ ໄດ້ຮັບທຶນຈາກ Swiss Agency for Development and Cooperation (SDC) ເພື່ອດໍາເນີນໂຄງການວັດທະນະທໍາບ້ານເກີດຂອງຂ້ອຍ: ງານບຸນ, ປະເພນີ ແລະ ພິທີກຳ, ທີ່ມີໄລຍະໂຄງການ (10 ເດືອນ) ຄືນັບແຕ່ພຶດສະພາ 2024 ຫາ ກຸມພາ 2025. ງົບປະມານໂຄງການທັງໝົດ 55,126 ໂດລາ (ໃນນັ້ນ SDC ສະໜັບສະໜູນ 44,236 ໂດລາ).

ໂຄງການດັ່ງກ່າວນີ້ ມີຈຸດປະສົງເພື່ອຢາກດຶງເອົາອຸດົມຄະຕິ, ສະຕິປັນຍາ ແລະ ຕົວຕົນກ່ຽວກັບວັດທະນະທຳຂອງນັກປະພັນໜຸ່ມອອກມາ ເພື່ອສົ່ງທອດ ແລະ ປູກຈິດສໍານຶກ ໃຫ້ແກ່ຜູ້ອ່ານຮຸ່ນໜຸ່ມນ້ອຍໄດ້ຮູ້ຈັກ, ເຂົ້າໃຈ, ຮັກຫອມ ແລະ ເອກອ້າງວັດທະນະທໍາໃນຊາດຂອງຕົນ ທັງເປັນໂຄງ ການຄັດເລືອກຜູ້ເຂົ້າຮ່ວມ ຜ່ານບົດຄັດຫຍໍ້ທີ່ສົ່ງມາຈາກນັກຂຽນໜຸ່ມ 20 ທ່ານ ຈາກຫຼາຍທ້ອງຖິ່ນຫຼາກຫຼາຍຊົນເຜົ່າໃນລາວ ທີ່ມີຄວາມຮັກ ແລະ ເຂົ້າໃຈກ່ຽວກັບວັດທະນະທຳບ້ານເກີດຂອງຕົນມາຮ່ວມຝຶກອົບຮົມ 2 ຄັ້ງ ທີ່ ນວ ເພື່ອຮຽນຮູ້ກ່ຽວກັບການຂຽນແບບສ້າງສັນ, ມີແນວຄິດວິຈານ ແລະ ຄວາມຮູ້ພື້ນຖານໃນການຈັດພິມ ເພື່ອການພັດທະນາການຂຽນ ແລະ ເນື້ອເລື່ອງຂອງຕົນ. ນອກນັ້ນ, ຍັງຈະໄດ້ຄັດເລືອກນັກແຕ້ມ 6 ທ່ານ ມາຮ່ວມຝຶກອົບຮົມ 1 ຄັ້ງ ທີ່ ນວ ເພື່ອການແຕ້ມຮູບປະກອບເລື່ອງ ແລະ ຄວາມຮູ້ພື້ນຖານໃນການຈັດພິມ ຊຶ່ງແນ່ນອນວ່າຮູບແຕ້ມຈະຕ້ອງກ່ຽວພັນກັບງານບຸນ, ປະເພນີ ແລະ ພິທີກໍາ ຢ່າງແນ່ນອນ.

ນາງ ສຸນັນທາ ກັນລະຍາ ໃຫ້ຮູ້ຕື່ມວ່າ: ໃນຕອນທ້າຍຂອງໂຄງການ ພວກເຮົາຄາດວ່າຈະຈັດພິມປຶ້ມອ່ານປະກອບຮູບ 2 ຫົວ, ຈັດພິມທັງໝົດ 4.000 ສະບັບ ແລະ ແຈກຢາຍໃຫ້ 300 ຫ້ອງສະໝຸດ ແລະ ສູນວັດທະນະທຳ. ໃນນັ້ນ, ຍັງຈະມີກິດຈະກຳສົ່ງເສີມການອ່ານ ຮ່ວມກັບໂຮງຮຽນມັດທະ ຍົມບາງແຫ່ງ ຄາດວ່າຈະມີຜູ້ອ່ານໄວໜຸ່ມ 20.000 ຄົນ ທີ່ຈະໄດ້ຮັບແຮງບັນດານໃຈ ແລະ ກາຍເປັນເຄືອຂ່າຍນັກເຄື່ອນໄຫວວັດທະນະທຳໄວໜຸ່ມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments