Home ຂ່າວດ່ວນ ໄຟໄໝ້ ຕຶກກະຊວງ ກຕສ ບໍ່ໄດ້ສົ່ງຜົນເສຍຫາຍຕໍ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ

ໄຟໄໝ້ ຕຶກກະຊວງ ກຕສ ບໍ່ໄດ້ສົ່ງຜົນເສຍຫາຍຕໍ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ

0

ວັນທີ 27 ມິຖຸນາ 2024 ນີ້, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ແຈ້ງເຖິງບັນດາການຈັດຕັ້ງ, ບໍລິສັດ ຫລື ຜູ້ປະກອບການ ຕະຫລອດເຖິງພໍ່ແມ່ປະຊາຊົນທົ່ວສັງຄົມ ກ່ຽວກັບການເກີດອຸບັດເຫດອັກຄີໄພ (ໄຟໄໝ້) ຕຶກອາຄານ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ໃນເຂດສໍານັກງານນາຍົກລັດຖະມົນຕີ) ເຊິ່ງເຫັດການດັ່ງກ່າວ, ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ຮູ້ວ່າ: ອຸບັດເຫດ ໄຟໄໝ້ ຕຶກອາຄານ ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ບ້ານນາໄຮ່ດຽວ ເມືອງຈັນທະບູລີນະຄອນຫຼວງວຽງຈັນ, ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2024 ເຊິ່ງພາຍຫລັງເກີດເຫດ, ເຈົ້າໜ້າທີ່ມອດໄຟ ໄດ້ລະດົມກຳລັງເຂົ້າດຳເນີນການມອດໄຟໄດ້ຢ່າງທັນການ. ດ້ວຍເຫດນີ້, ຈຶ່ງຮັບປະກັນຄວາມປອດໄພໄດ້ຮ້ອຍສ່ວນຮ້ອຍ(100%) ໃຫ້ແກ່ພະນັກງານທຸກຄົນທີ່ປະຈໍາການຢູ່ໃນອາຄານດັ່ງກ່າວ, ລວມທັງອຸ ປະກອນທາງດ້ານໄອທີ, ຂໍ້ມູນ ແລະ ເອກະສານທັງໝົດ ແມ່ນບໍ່ໄດ້ຮັບຄວາມເສຍຫາຍແຕ່ປະການໃດ, ມີພຽງໂຕະຕັ່ງ ແລະ ເຄື່ອງຮັບໃຊ້ຈຳນວນໜຶ່ງຢູ່ຫ້ອງປະຊຸມບ່ອນເກີດເຫດທີ່ຢູ່ຊັ້ນ 2 ແລະ ຫ້ອງການ 1 ຫ້ອງ ຢູ່ຊັ້ນ 3 ເທົ່ານັ້ນທີ່ໄດ້ຮັບຄວາມເສຍຫາຍ. ສ່ວນສາເຫດຂອງການເກີດອັກຄີໄພຄັ້ງນີ້, ພາກສ່ວນສືບສວນ-ສອບສວນຈະແຈ້ງໃຫ້ຊາບຕາມພາຍຫລັງ.

ອີກຄັ້ງໜຶ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍຢັ້ງຢືນວ່າ: ເຫດການຄັ້ງນີ້, ບໍ່ໄດ້ສົ່ງຄວາມເສຍຫາຍແຕ່ຢ່າງໃດຕໍ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version