Wednesday, October 23, 2024
Homeຂ່າວໜ້າໜຶ່ງປກສ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ

ປກສ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ

ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມິຖຸນານີ້, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ພົຕ ສົມວັນ ສາຍລ້ອງພາ ໄດ້ກ່າວວ່າ: ຄວາມຈຳເປັນ ແລະ ເຫດຜົນໃນການປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພການປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພໃນຄັ້ງນີ້ແມ່ນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ກໍຄື ການບູລະນະອົງການອໍານາດລັດໃຫ້ມີຄວາມເຂັ້ມແຂງ ຕາມທິດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເວົ້າລວມ, ເວົ້າສະເພາະ ກໍເພື່ອເຮັດໃຫ້ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ມີຄວາມເຂັ້ມແຂງ, ເຕີບໃຫຍ່, ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ທີ່ເກີດຂຶ້ນຈາກອັກຄີໄພ, ສະພາບການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພໂດຍປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ (ປີ 2023-2025), ລ່າສຸດໃນຄັ້ງວັນທີ 14 ມິຖຸນາ 2024 ກອງປະຊຸມຄົ້ນຄວ້າປັບປຸງ ຮ່າງກົດໝາຍສະບັບດັ່ງກ່າວ ລະຫວ່າງ ຄະນະຮັບຜິດຊອບກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ກົມກົດໝາຍ, ກົມ ປກສ ສະພາແຫ່ງຊາດ, ກົມກົດໝາຍ ກະຊວງຍຸຕິທຳ ແລະ ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາມຄໍາເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄຳເຫັນຂອງສະມາຊິກສະພາແຫ່ງຊາດປະຊາຊົນຂັ້ນແຂວງ ຜ່ານການຄົ້ນຄວ້າກອງປະຊຸມ ສະເໜີຮັກສາເນື້ອໃນເກົ່າ 40 ມາດຕາ, ກວມເອົາ 154 ເນື້ອໃນ, ເຫັນດີປັບປຸງຕາມການສະເໜີ 10 ມາດຕາ, ກວມເອົາ 16 ເນື້ອໃນ, ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ໂຄງປະກອບຂອງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພສະບັບປີ 2007 ປະກອບມີ 11 ໝວດ ແລະ 71 ມາດຕາ, ພາຍຫຼັງປັບປຸງ ຮ່າງກົດໝາຍສະບັບນີ້ ປະກອບມີ X ພາກ, 5 ໝວດ ແລະ 89 ມາດຕາ ໃນນັ້ນ ປັບປຸງ 64 ມາດຕາ, ເພີ່ມໃໝ່ 21 ມາດຕາ ແລະ ຮັກສາເດີມ 4 ມາດຕາ ຄາດຄະເນຜົນໄດ້ຮັບຈາກການປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດຄະເນຜົນໄດ້ຮັບດັ່ງນີ້: ການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ແກ້ໄຂ ຂອດຊ່ອງວ່າງ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການຈັດຕັ້ງປະຕິບັດກົດໝາຍ ກໍຄື ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງພົວພັນເຖິງວຽກງານສະກັດ ກັ້ນ ແລະ ຕ້ານອັກຄີໄພໃຫ້ຫັນເຂົ້າສູ່ລະບົບກົດໝາຍຢ່າງເຂັ້ມງວດ ເທື່ອລະກ້າວ; ເປັນມາດຕະການທາງດ້ານກົດໝາຍເພື່ອເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ; ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຈາກອັກຄີໄພທັງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແນໃສ່ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ; ເປັນບ່ອນອີງພື້ນຖານອັນສໍາຄັນ ໃຫ້ແກ່ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ເຈົ້າໜ້າທີ່ ຂະແໜງການທີ່ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ດີຂຶ້ນກວ່າເກົ່າ.

(ຂ່າວ- ພາບ: ບຸນອູ້ມ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments