Wednesday, October 23, 2024
Homeຂ່າວໜ້າໜຶ່ງຜົນກອງປະຊຸມວິສາມັນຂອງລັດຖະບານ

ຜົນກອງປະຊຸມວິສາມັນຂອງລັດຖະບານ

ໃນວັນທີ 24 ມິຖຸນາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດໍາເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະ ກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້:

ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໄລຍະ 2024-2034 ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ສົມທົບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດເນື້ອໃນສະພາບລວມ ໃຫ້ຊັດເຈນ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍຕື່ມ; ກໍານົດຈຸດປະສົງ ໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການ ໃນການພັດທະນາຕົວຈິງກວ່າເກົ່າ; ສິ່ງທ້າທາຍຕ່າງໆ ເພື່ອສາ ມາດກໍານົດທິດທາງແກ້ໄຂໄດ້ຢ່າງຖືກຕ້ອງ; ແຜນພັດທະນາບັນດາກິດຈະການ ໃຫ້ມີການຈັດລຽງບູລິມະສິດ, ເປັນລະ ບົບຄົບຊຸດ, ກົມກຽວກັນ ແລະ ຮັບໃຊ້ການພັດທະນາຢ່າງແທ້ຈິງ; ເຂດພັດທະນາ ໃຫ້ສອດຄ່ອງກັບແຜນພັດທະນາທີ່ດິນ, ແຜນປົກປັກຮັກສາສິ່ງແວດລ້ອມ ແລະ ແຜນພັດທະນາອື່ນໆ ທີ່ໄດ້ປະກາດນໍາໃຊ້ແລ້ວ; ຄວາມຮັບຜິດຊອບ ແລະ ການມີສ່ວນ ຮ່ວມ ຂອງທຸກພາກສ່ວນໃນສັງຄົມ ໃຫ້ລະອຽດຈະແຈ້ງກວ່າເກົ່າ; ໃຫ້ມີແຫຼ່ງທຶນບໍາລຸງຮັກສາ ແລະ ພັດ ທະນາການທ່ອງທ່ຽວ; ການກຳນົດອັກສອນຫຍໍ້ ແລະ ຄຳອະທິບາຍສັບ ໃນແຜນແມ່ບົດ ຕ້ອງໃຫ້ເຂົ້າໃຈງ່າຍ ແລະ ເປັນເອກະພາບ; ແຜນແກ້ໄຂບັນດາກິດຈະການທີ່ເຫັນວ່າ ບໍ່ສອດຄ່ອງກັບທິດທາງການພັດທະນາໃນປັດຈຸບັນ ແລະ ອະນາຄົດ ຕ້ອງໃຫ້ຈະແຈ້ງຊັດເຈນ; ກໍານົດແຈ້ງບັນດາຈຸດທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງເມືອງວັງວຽງ ເປັນຕົ້ນ ສາຍນໍ້າຊອງ, ບໍ່ນ້ຳ, ທົ່ງນາລຽບຕາມຜາຫີນ, ການຜະລິດກະສິກຳ ແລະ ອື່ນໆ; ບັນດາກິດຈະກຳການທ່ອງທ່ຽວ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ; ລະບົບການຄຸ້ມຄອງປົກປັກ ຮັກສາສິ່ງແວດລ້ອມ; ກົນໄກການຈັດຕັ້ງປະຕິບັດແຜນແມ່ບົດ; ບັນດາແຜນ ກໍ່ຄື ທິດທາງການພັດທະນາ ແລະ ການປົກປັກຮັກ ສາດ້ານຕ່າງໆ ບົນພື້ນຖານ ຮັບປະກັນຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ທັນສະໄໝ, ສີຂຽວ ແລະ ຍືນຍົງ. ພ້ອມດຽວກັນນີ້, ເຫັນດີຍົກລະດັບເຂດທ່ອງ ທ່ຽວເມືອງວັງວຽງ ເປັນເຂດທ່ອງທ່ຽວລະດັບຊາດ ແລະ ເຫັນດີໃຫ້ກຳນົດຊື່ຂອງແຜນແມ່ບົດດັ່ງກ່າວ ເປັນ “ແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງເຂດທ່ອງທ່ຽວລະດັບຊາດເມືອງວັງວຽງ ໄລຍະແຕ່ປີ 2025-2035”. ຫຼັງຈາກນັ້ນ ໃຫ້ນໍາໄປສໍາມະນາລະດົມຄວາມຄິດເຫັນ ຈາກພາກສ່ວນຕ່າງໆໃນສັງຄົມ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິ ຜົນສູງ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍມອບໃຫ້ກະຊວງປ້ອງກັນ ຄວາມສະຫງົບ ກວດກາ, ສະຫຼຸບ ແລະ ຖອດຖອນບົດຮຽນຄືນ ການຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານມາ ໂດຍສະເພາະ ການນຳໃຊ້ທຶນ ແລະ ສະພາບອຸປະກອນເຕັກນິກຕ່າງໆ ສາມາດນຳໃຊ້ ແລະ ເຊື່ອມຕໍ່ກັບລະບົບໃໝ່ ໄດ້ຄືແນວໃດ; ພ້ອມທັງ ສົມທົບກັບຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໄລຍະໃໝ່ ໃຫ້ມີຄວາມຄືບໜ້າ, ທັນສະໄໝ, ນໍາໃຊ້ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນ ຂົງເຂດວຽກງານການຕ່າງປະເທດ ໃນເດືອນມິຖຸນາ 2024 ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຂອງທ່ານ ນາຍົກລັດຖະມົນຕີ.

ສຳລັບແຜນວຽກຈຸດສຸມເດືອນກໍລະກົດ 2024 ຂອງລັດຖະບານ ມີດັ່ງນີ້:

ກະຊວງກ່ຽວຂ້ອງ ສືບຕໍ່ເຂົ້າຮ່ວມລາຍງານ ແລະ ປ້ອງກັນບັນດາເນື້ອໃນກົດໝາຍຕ່າງໆ ຕາມວາລະກອງປະ ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX;

ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ໂດຍລົງເລິກເນື້ອໃນທີ່ຈະປຶກສາຫາລື ໂດຍສະເພາະ ການແບ່ງຄວາມຮັບຜິດຊອບປະຕິບັດແຜນວຽກຈຸດສຸມຕົວຈິງ ຂອງແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2024 ໂດຍໃຫ້ມີວຽກຕົວຈິງມອບໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຢ່າງລະອຽດ. ພ້ອມນັ້ນ ກໍໃຫ້ບັນດາກະຊວງ ຮີບຮ້ອນສະຫຼຸບການຈັດຕັ້ງປະຕິບັດມະຕິ 17/ລບ ວ່າດ້ວຍການແບ່ງຄວາມຜິດຊອບຈັດຕັ້ງປະຕິບັດ ມະຕິ 05/ຄບສພ ແລະ ມະຕິ 04/ກມສພ.

ກະກຽມສະຫຼຸບລາຍງານຜົນການປະຕິບັດວຽກງານ ໃນໄລຍະ 6 ເດືອນຕົ້ນປີ 2024 ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕໍ່ພາກສ່ວນທີ່ກ່ຽວຂ້ອງ.

ກະກຽມກອງປະຊຸມ ວຽກງານປົກຄອງທົ່ວປະເທດ, ຊຶ່ງຄາດວ່າຈະຈັດກ່ອນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024.

ສຸມໃສ່ແກ້ໄຂວຽກເຄັ່ງຮ້ອນຈຳນວນໜຶ່ງ ເປັນຕົ້ນ ການແກ້ໄຂອັດຕາແລກປ່ຽນ; ການຄວບຄຸມການນໍາເຂົ້າສິນຄ້າ ທີ່ພາຍໃນເຮົາສາມາດຜະລິດໄດ້, ສິນຄ້າຟູມເຟືອຍ; ແກ້ໄຂບັນຫາໜີ້ສິນ ແລະ ອື່ນໆ.

ສຸມໃສ່ຊຸກຍູ້, ຕິດຕາມໂຄງການລົງທຶນຂະໜາດໃຫຍ່ ໂດຍ ສະເພາະ ໂຄງການກໍ່ສ້າງທາງດ່ວນ, ໂຄງການພະລັງ ງານໄຟຟ້າ ທີ່ຈະສົ່ງໄຟໄປຕ່າງປະເທດ.

ສືບຕໍ່ ຕິດຕາມສະພາບຂອງດິນຟ້າອາກາດໃນໄລຍະລະດູຝົນນີ້ ເພື່ອມີແຜນປ້ອງກັນ ແລະ ຮັບມື ຕໍ່ກັບບັນຫາໄພພິບັດທີ່ອາດ ຈະເກີດຂຶ້ນໃນຕໍ່ໜ້າ; ພ້ອມນີ້ ກໍເອົາໃຈໃສ່ການຄຸ້ມຄອງ ຈັດການນໍ້າຢູ່ອ່າງເກັບນໍ້າຊົນລະປະທານ ແລະ ບໍລິຫານນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ຢູ່ໃນລະດັບທີ່ຮັບປະກັນດ້ານເຕັກນິກ ແລະ ຄວາມປອດໄພ.

ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ ແລະ ການກະກຽມຄວາມພ້ອມຮອບດ້ານ ໃນການຕ້ອນຮັບການ ນໍາຂັ້ນສູງຕ່າງປະ ເທດ ທີ່ຈະເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ; ເອົາໃຈ ໃສ່ການຈັດຕັ້ງຜັນຂະຫຍາຍຜົນການ ເຄື່ອນໄຫວວຽກງານຕ່າງ ປະເທດ ໃຫ້ມີຄວາມສຳເລັດ, ເປັນຮູບປະທໍາຕົວຈິງ ແລະ ທັນກັບສະພາບການ.

ພາບແລະຂ່າວ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments