Home ຂ່າວພາຍໃນ ປະເພດສັດນໍ້າ ແລະ ສັດປ່າ

ປະເພດສັດນໍ້າ ແລະ ສັດປ່າ

0

ໃນມາດຕາ 10 ຂອງກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ສະບັບປີ 2007 ໄດ້ກຳນົດປະເພດສັດນ້ຳ ແລະ ສັດປ່າໄວ້ດັ່ງນີ້: ສັດນ້ຳ ແລະ ສັດປ່າຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍສັດລ້ຽງລູກດ້ວຍນ້ຳນົມ, ສັດປີກ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ ແລະ ແມງໄມ້ທຸກຊະນິດ. ສັດນ້ຳ ແລະ ສັດປ່າ ດັ່ງກ່າວແບ່ງອອກເປັນສາມປະເພດດັ່ງນີ້:  ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ. ສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງ. ສັດນ້ຳ ແລະ ສັດປ່າປະເພດທົ່ວໄປ.

ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ. ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ໄດ້ກຳນົດໄວໃນບັນຊີ I ແມ່ນສັດປະເພດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພເິສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ.

ສັດປະເພດດັ່ງກ່າວຕ້ອງໄດ້ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນຳໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ. ສັດນ້ຳ ແລະ ສັດປ່າປະເພດຄຸ້ມຄອງ ໄດ້ກຳນົດໄວ້ໃນບັນຊີ  II ແມ່ນສັດນ້ຳ ແລະ ສັດປ່າທີ່ມີຄຸນປະໂຫຍດທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄນຄວ້າທາງດ້ານວິທະຍາສາດ.  ສັດປະເພດດັ່ງກ່າວ ຕ້ອງມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມການນຳໃຊ້. 

ສັດນ້ຳ ແລະ ສັດປ່າປະເພດທົ່ວໄປ ໄດ້ກຳນົດໄວ້ໃນບັນຊີ III ແມ່ນສັດນ້ຳ ແລະ ສັດປ່າທີ່ສາມາດ ຂະຫຍາຍພັນໄດ້ຕາມທຳມະຊາດຢ່່າງກວ້າງຂວາງ ຊຶ່ງມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ- ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ. ສັດປະເພດດັ່ງກ່າວສາມາດຊົມໃຊ້ໄດ້ຕາມລະບຽບກົດໝາຍໂດຍຮັບປະກັນບໍ່ໃຫ້ມີການສູນພັນພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version