Thursday, October 24, 2024
Homeຂ່າວຕ່າງປະເທດອາເມຣິກາ ສະໜອງທຶນ 500 ລ້ານໂດລາ ຄົ້ນຄວ້າວັກຊິນປ້ອງກັນ ໂຄວິດ-19

ອາເມຣິກາ ສະໜອງທຶນ 500 ລ້ານໂດລາ ຄົ້ນຄວ້າວັກຊິນປ້ອງກັນ ໂຄວິດ-19

ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ແລະ ບໍລິການມະນຸດ ຂອງ ອາເມຣິກາ (HHS) ກ່າວວ່າ: ຈະສະໜອງທຶນ 500 ລ້ານໂດລາ ໃຫ້ແກ່ການທົດລອງໄລຍະກາງເພື່ອປະເມີນວັກຊິນ ໂຄວິດ-19 ທີ່ໃຊ້ເປັນຢາສີດພົ່ນເຂົ້າດັງ ຫຼື ເປັນຢາເມັດ.

ຂ່າວລະບຸວ່າ: ການຊ່ວຍເຫຼືອດັ່ງກ່າວເປັນສ່ວນໜຶ່ງຂອງການລິເລີ່ມໂຄງການ NextGen ຊຶ່ງນໍາພາໂດຍອົງການຄົ້ນຄວ້າ ແລະ ພັດທະນາຂັ້ນສູງທາງຊີວະການແພດຂອງ HHS (BARDA). ໂຄງການລິເລີ່ມນີ້ມີມູນຄ່າ 5 ຕື້ໂດລາ ເພື່ອແນໃສ່ພັດທະນາວັກຊິນ ແລະ ການປິ່ນປົວທີ່ກ້າວໜ້າ, ດັ່ງນັ້ນຈຶ່ງເພີ່ມຄວາມສາມາດໃນການສະໜອງວັກຊິນໃນຂອບເຂດທີ່ກວ້າງຂວາງ, ສ້າງປະສິດທິຜົນໃນໄລຍະຍາວໃນການປ້ອງກັນ ໂຄວິດ-19.

NextGen ພວມນຳໃຊ້ງົບປະມານ 453 ລ້ານໂດລາ ສໍາລັບບໍລິສັດເຕັກໂນໂລຊີຊີວະພາບ Vaxart ເພື່ອດໍາເນີນການຄົ້ນຄວ້າ ແລະ ປະເມີນປະສິດທິຜົນຂອງວັກຊິນ ໂຄວິດ-19 ແບບຮັບປະທານ ທີ່ບໍລິສັດນີ້ພວມພັດທະນາ.

ໂຄງການນີ້ຍັງສະໜອງທຶນໃຫ້ກັບສອງບໍລິສັດເອກະຊົນ Castlevax ແລະ Cyanvac ປະມານ 34 ລ້ານໂດລາ ແລະ 40 ລ້ານໂດລາ ຕາມລໍາດັບ, ເພື່ອພັດທະນາຢາວັກຊິນແບບຢາສີດພົ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments