Thursday, October 24, 2024
Homeຂ່າວຕ່າງປະເທດຣັດເຊຍ ຈະສ້າງລະບົບການຄ້າ-ຄວາມໝັ້ນຄົງກັບ ສປປ ເກົາຫລີ

ຣັດເຊຍ ຈະສ້າງລະບົບການຄ້າ-ຄວາມໝັ້ນຄົງກັບ ສປປ ເກົາຫລີ

ໜັງ​ສື​ພິມ Rodong ຂອງ​ພັກ​ແຮງ​ງານ ສປປ ​ເກົາ​ຫລີ ​ໄດ້​ພິມ​ເຜີຍແຜ່ຈົດ​ໝາຍ ​ຂອງ​ ທ່ານ ວາລາດີເມຍ ປູຕິນ (Vladimir Putin) ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທີ່​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ: ຣັດເຊຍຈະສ້າງລະບົບການຄ້າ ແລະ ຄວາມໝັ້ນຄົງກັບ ສປປ ເກົາຫລີ ຊຶ່ງ​ບໍ່​ໄດ້​ຖືກ​ ຄວບ​ຄຸມ​ໂດຍ​ ປະ​ເທດ ​ຕາ​ເວັນ​ຕົກ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ ​ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜຸນ​ຕໍ່ ສປປ ​ເກົາຫລີ ຢ່າງ​ບໍ່ມີການ​ປ່ຽນ​ແປງໃນຕໍ່ໜ້າ ຫລັງຈາກທັງສອງປະເທດໄດ້ພັດທະນາຄວາມສຳພັນອັນດີຕໍ່ກັນ ແລະ ເປັນຫຸ້ນສ່ວນກັນມາຢ່າງຍາວນານ ໃນໄລຍະ 70 ປີຜ່ານມາ ໂດຍບົນພື້ນຖານຄວາມສະເໝີພາບເຄົາລົບ ແລະ ໄວ້ວາງໃຈ ເຊິ່ງກັນ ແລະ ກັນ. ຜູ້ນຳ ​ຣັດ​ເຊຍ ​ໄດ້ກ່າວ​ຂອບ​ໃຈ ສປປ ​ເກົາຫລີ ​ທີ່​ໃຫ້ການ​ສະໜັບສະໜຸນ ຕໍ່​ການ​ປະຕິບັດ​ງານ ​ພິ​ເສດ ​ຂອງຣັດ​ເຊຍ​ ໃນ​ອູ​ແກຣນ. ພ້ອມດຽວກັນນີ້ຣັດ​ເຊຍ ​ຍັງ​ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ ຂອງ ສປປ ​ເກົາ​ຫລີ ໃນ​ການ​ປົກ​ປ້ອງ ​ຜົນ​ປະ​ໂຫຍດ​ ອງ​ຕົນ​ໃນ​ທ່າມ​ກາງ ຄວາມ​ກົດ​ດັນ​ ແລະ​ ໄພ​ຂົ່ມ​ຂູ່​ ຂອງ​ ສ.ອາເມລິກາ. ການເຜີຍແຜ່ ຈົດໝາຍດັ່ງກ່າວ ມີຂຶ້ນໃນໂອກາດ ທ່ານ ວາລາດີເມຍ ປູຕິນ ເດີນທາງມາ ຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ ໃນວັນທີ18-19ມິຖຸນານີ້ ເພື່ອຍົກລະດັບ ການຮ່ວມມື ສອງຝ່າຍ ແລະ ປຶກສາຫາລືຫລາຍບັນຫາສຳຄັນ ທີ່ພົ້ນເດັ່ນໃນໂລກ ຈາກນັ້ນ ທ່ານ ວາລາດີເມຍ ປູຕິນ ຈະເດີນທາງ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ19-20ມິຖຸນານີ້ ເພື່ອຣັດແໜ້ນ ຄວາມສຳພັນ ການຮ່ວມມືສອງຝ່າຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments