Wednesday, October 23, 2024
Homeທຸລະກິດກຽມຈັດງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 23 ແລະ ກອງປະຊຸມແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9

ກຽມຈັດງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 23 ແລະ ກອງປະຊຸມແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9

ສະມາຄົມຫັດຖະກໍາລາວ ໄດ້ຈັດພິທີຖະແຫຼງຂ່າວງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 23 ແລະ ການເປັນເຈົ້າພາບກອງປະຊຸມແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9 ຂຶ້ນໃນວັນທີ 14 ມິຖຸນາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳແລະ ການຄ້າ, ທ່ານ ນາງຈັນເທົາ ປະຖັມມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກຳລາວ ກ່າວວ່າ: ການຈັດງານມະຫະກຳສີມືຫັດຖະກຳລາວ ແລະ ກອງປະຊຸມແຜ່ນແພພື້ນເມືອງອາຊຽນຄັ້ງທີ 9 ລ້ວນແຕ່ເປັນການສົ່ງເສີມວຽກງານຫັດຖະກຳ ຊຶ່ງໃນໄລຍະເວລາ ຂອງການຈັດງານແມ່ນໄດ້ດໍາເນີນໄປຄຽງຄູ່ກັນ ແລະ ຕໍ່ເນື່ອງກັນ.

ງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 23 ປະຈໍາປີ 2024 ຊຶ່ງຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 26 ຕຸລາ ຫາ ວັນທີ 3 ພະຈິກ2024 ຢູ່ທີ່ສູນການຄ້າລາວ-ໄອເຕັກ.

ງານມະຫະກຳສີມືຫັດຖະກຳລາວ ເປັນງານປະເພນີບຸນປາງໃຫຍ່ ແລະ ເປັນກິດຈະກຳຫຼັກ ຂອງຊາວຊ່າງຫັດຖະກຳລາວ ຊຶ່ງໄດ້ຈັດຂຶ້ນທຸກໆປີ. ງານດັ່ງກ່າວໄດ້ຈັດຂຶ້ນຄັ້ງທໍາອິດ (ຄັ້ງທີ 1) ໃນປີ 2002, ເມື່ອມາເຖິງປີ 2024 ການຈັດງານມະຫະກຳສີມືຫັດຖະກຳລາວ ໄດ້ເປັນຄັ້ງທີ 23 ຈຸດປະສົງ ເພື່ອສົ່ງເສີມການຜະລິດ ແລະ ການຕະຫຼາດ ໃນຂະແໜງຫັດຖະກຳ, ພ້ອມດຽວກັນ ຍັງເປັນກິດຈະກຳຫຼັກທີ່ຈັດຂຶ້ນ ເພື່ອສະເຫຼີມສະຫຼອງ ວັນຫັດຖະກຳລາວ ວັນທີ 1 ພະຈິກ ໃຫ້ມີ ເນື້ອໃນຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ.

ທ່ານ ນາງ ສຸວິຕາ ປະເສີດ ກ່າວອີກວ່າ: ກອງປະຊຸມສົ່ງເສີມແຜ່ນແພພື້ນເມືອງອາຊຽນ (ASEAN Traditional Textile Symposium) ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ໃນປີ 2005 ໂດຍແນໃສ່ 3 ຈຸດປະສົງຕົ້ນຕໍ ຄື: 1. ເພື່ອຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແຕ່ລະປະເທດທີ່ເປັນສະມາຊິກອາຊຽນ ໄດ້ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມ ຕາມລໍາດັບຕົວອັກສອນ ຊຶ່ງ 2 ປີໃດ ຈັດຄັ້ງໜຶ່ງ, 2. ເພື່ອເປັນເວທີ ແລະ ສ້າງໂອກາດໃຫ້ຜູ້ທີ່ມີສ່ວນກ່ຽວຂ້ອງ ໃນການຜະລິດແຜ່ນແພ ທັງແບບພື້ນເມືອງ ແລະ ແບບປະຍຸກ ໃນບັນດາປະເທດອາຊຽນໃຫ້ໄດ້ເຂົ້າຮ່ວມແລກປ່ຽນບົດຮຽນ -ປະສົບການ ແລະ 3. ເພື່ອວາງສະແດງ ຜະລິດຕະພັນຫັດຖະກຳແຜ່ນແພ ທີ່ມີຄຸນນະພາບສູງ ທີ່ຜະລິດຢູ່ໃນແຕ່ລະປະເທດອາຊຽນ, ໃຫ້ຜູ້ເຂົ້າຮ່ວມງານໄດ້ຊົມ, ໄດ້ເຫັນ ແລະ ໄດ້ສຳຜັດ ຄວາມອາດສາມາດ ຂອງການຕໍ່າຜ້າ ໃນແຕ່ລະປະເທດສະມາຊິກ ແລະ ເພື່ອສົ່ງເສີມຫົວຄິດປະດິດສ້າງ ໃນການຜະລິດ ແຜ່ນແພພື້ນເມືອງ ຢ່າງສ້າງສັນ ແລະ ສາມາດຜະລິດເປັນສິນຄ້າສົ່ງອອກ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ທັງເປັນຫົວໜ້າຄະນະກະກຽມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ກ່າວວ່າ: ງານມະຫະກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ພາຍໃຕ້ຄໍາຂວັນ: “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ເຊື່ອມໂຍງມໍຣະດົກຜ້າແພພື້ນເມືອງອາຊຽນ”, ຈຸດປະສົງຫຼັກ ຂອງການຈັດງານ ແມ່ນ: ເພື່ອສະເຫຼີມສະຫຼອງ “ ວັນຫັດຖະກຳລາວ ວັນທີ 1 ພະຈິກ “; ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນການເປັນເຈົ້າພາບ ຈັດກອງປະຊຸມສໍາມະນາ ການຕໍ່າແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ 9 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 4-6 ພະຈິກ ປີ 2024 ທີ່ນະຄອນຫຼວງວຽງຈັນ; ເພື່ອສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກຳ ດັ່ງຄໍາຂັວນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”; ສະເຫຼີມສະຫຼອງ “ຫັດຖະກຳ ພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດ ລາວ” ໄດ້ຖືກຮັບຮອງເປັນ ມໍຣະດົກໂລກ ທາງດ້ານວັດທະນະທໍາ ນາມມະທຳ ຂອງມວນມະນຸດ ຈາກອົງການ UNESCO; ເພື່ອສ້າງກາລະໂອກາດໃຫ້ ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ພົບ – ໄດ້ເຫັນ ຄວາມຫຼາກຫຼາຍ ຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫຼ ໃນຄວາມມະຫັດສະຈັນ ຂອງສີໄມ້ລາຍມື ຂອງນາຍຊ່າງຫັດຖະກຳລາວເຮົາ; ເພື່ອໃຫ້ບັນດາຊາວຊ່າງຫັດຖະກຳ ທຸກທ້ອງຖິ່ນໃນທົ່ວປະເທດ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ ຫຼື ມີບ່ອນຂາຍ ຜະລິດຕະພັນຫັດຖະກຳ ຂອງຕົນ ພ້ອມທັງ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການ ຜະລິດ, ການວາງສະແດງ ແລະ ການຂາຍ ແລະ ອື່ນໆ.

ງານມະຫະກໍາສິມືຫັດຖະກໍາລາວ ຄັ້ງນີ້ ຈະມີສິນຄ້າຫັດຖະກຳເຂົ້າຮ່ມວາງສະແດງ ເປັນຕົ້ນແມ່ນ: 1. ພາກສ່ວນ ແຜ່ນແພ (ຜ້າໄໝ ຜ້າຝ້າຍ); 2. ພາກສ່ວນ ເຄື່ອງປະດັບ (ເງິນ ຄໍາ ແກ້ວປະເສີດ); 3. ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); 4. ພາກສ່ວນ ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີ ພື້ນເມືອງ ແລະ ອື່ນໆ); 5. ພາກສ່ວນ ເຟີນີເຈີ; 6. ພາກສ່ວນ ອາຫານພື້ນເມືອງ, ສະໜຸນໄພ ແລະ ອື່ນໆ; 7. ພາກສ່ວນທຸລະກິດ ຈາກປະເທດສະມາຊິກ ອາຊຽນ; 8. ພາກສ່ວນ ອົງການ CBI; 9. ພາກສ່ວນ ອາສາສະໝັກຈາກອົງການໄຈກາ (JICA); 10. ພາກສ່ວນໂຄງການ OΤΤΑΙΝΑΙ, ລວມທັງໝົດ: 243 ຮ້ານ (ບູດ).

ຂ່າວ: ນາງແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments