Thursday, October 24, 2024
Homeຂ່າວຕ່າງປະເທດທະ​ນາ​ຄານ​ກາງ ອາ​ເມ​ຣິກາ ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ຄັ້ງ​ທີ 7

ທະ​ນາ​ຄານ​ກາງ ອາ​ເມ​ຣິກາ ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ຄັ້ງ​ທີ 7

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 12 ມິຖຸນາ ຜ່ານມາ, ທະນາຄານກາງ ອາເມຣິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍພື້ນຖານໃນປັດຈຸບັນ ໃຫ້ຢູ່ໃນລະດັບ 5,25% – 5,5%. ຂ່າວລະບຸວ່າ: ນີ້ແມ່ນຄັ້ງທີ 7 ທີ່ Fed ຮັກສາອັດຕາດອກເບ້ຍດັ່ງກ່າວ ຊຶ່ງເປັນອັດຕາສູງສຸດໃນຮອບເວລາ 23 ປີຜ່ານມາ. ບັນດາເຈົ້າໜ້າທີ່ຂອງທະນາຄານກາງ ອາເມຣິກາ ຄາດຄະເນວ່າ ໄພເງິນເຟີ້ໃນປີ 2024 ນີ້ ຈະຢູ່ໃນລະດັບ 2,6%, ສູງກວ່າເມື່ອທຽບໃສ່ລະດັບ 2,4% ຊຶ່ງໄດ້ຄາດຄະເນໃນເດືອນມີນາ ຜ່ານມາ. Fed ຄາດຄະເນວ່າ ໄພເງິນເຟີ້ຈະຫຼຸດລົງ 2,3% ໃນປີໜ້າ ແລະ ກັບຄືນສູ່ລະດັບເປົ້າໝາຍ 2% ໃນປີ 2026. ທ້າຍປີ 2023, Fed ເຄີຍຄາດຄະເນວ່າ ອາດຈະຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້, ແຕ່ດ້ວຍແຈ້ງການໃນວັນທີ 12 ມິຖຸນາ ຜ່ານມາ ຂອງອົງການນີ້ ຄາດວ່າຈະຫຼຸດອັດຕາດອກເບ້ຍໄດ້ພຽງຄັ້ງດຽວໃນທ້າຍປີ 2024 ນີ້ ດ້ວຍລະດັບ 0,25%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments