Thursday, October 24, 2024
Homeຂ່າວໜ້າໜຶ່ງລັດຖະບານຈະສຸມໃສ່ 5 ຂົງເຂດບຸລິມະສິດ ເພື່ອຜັນຂະຫຍາຍມະຕິ 04/ກມສພ

ລັດຖະບານຈະສຸມໃສ່ 5 ຂົງເຂດບຸລິມະສິດ ເພື່ອຜັນຂະຫຍາຍມະຕິ 04/ກມສພ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໂອກາດນີ້, ທ່ານນາຍົກລັດຖະມົນີ ໄດ້ຊີ້ແຈງ ກ່ຽວກັບແຜນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສ.ອ.ຈ) ໃນໄລຍະໃໝ່ ເຂົ້າໃນການເຄື່ອນໄຫວວຽກງານບໍລິຫານຂອງລັດຖະບານ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ພາຍຫຼັງທີ່ໄດ້ມີມະຕິ ສະບັບເລກທີ 04/ກມສພ, ລັດຖະບານ ກໍໄດ້ຮີບຮ້ອນຜັນຂະຫຍາຍອອກເປັນມະຕິ ຂອງລັດຖະບານ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຊຶ່ງຢູ່ໃນມະຕິດັ່ງກ່າວ ລັດຖະບານໄດ້ກໍານົດແຈ້ງ ການແບ່ງຄວາມຮັບຜິດຊອບໃຫ້ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຊຶ່ງໃນນີ້ຂົງເຂດບຸລິມະສິດທີ່ລັດຖະບານຈະໄດ້ສຸມໃສ່ຕົ້ນຕໍຄື:

1) ສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງກຸ້ມ ຕົນເອງທາງດ້ານງົບປະມານ ໂດຍສູ້ຊົນຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມຄໍາຂັວນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊໍາລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປສູ່ທັນສະ ໄໝ” ແນໃສ່ຫຼຸດຜ່ອນການເພິ່ງພາ ການກູ້ຢືມ ຈາກຕ່າງປະເທດ ຕາມທິດ ສ.ອ.ຈ. ໂດຍຫັນມານໍາໃຊ້ແຫຼ່ງທຶນຈາກ ພາຍໃນເປັນຕົ້ນຕໍ ຊຶ່ງໃນໄລຍະ 3 ປີມານີ້ ກໍເຫັນໄດ້ວ່າ ການເກັບລາຍຮັບມີການເພີ່ມຂຶ້ນ ແລະ ເກີນແຜນຢ່າງຕໍ່ເນື່ອງ ແລະ ຄາດວ່າປີ 2024 ຈະເກີນແຜນເປັນປີ ທີ 4 ຕິດຕໍ່ກັນ. ແຕ່ເຖິງຢ່າງໃດກໍຕາມ, ໃນສະເພາະໜ້ານີ້ ລັດຖະບານ ກໍຈະໄດ້ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການດ້ານງົບປະມານ, ທິດທາງ, ແຜນການ ແລະ ວິທີການຕ່າງໆ ເພື່ອສູ້ຊົນຂະຫຍາຍລາຍຮັບງົບປະມານໃນປີຕໍ່ໜ້າຕື່ມອີກ ຈາກຖານຕົວຈິງປະມານ 17-18% ຂອງ GDP ປັດຈຸບັນ ມາເປັນ 20% ຂອງ GDP ໃນປີ 2026 ຕາມຄາດໝາຍ ຂອງ ສ.ອ.ຈ ຊຶ່ງບັນດາກະຊວງ, ອົງການ ແລະ ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ ຈະຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການກໍານົດນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຊອກຄົ້ນລາຍຮັບທີ່ຍັງບົ່ມຊ້ອນ ແລະ ແຫຼ່ງລາຍຮັບໃໝ່ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນການຈັດເກັບລາຍຮັບໃຫ້ໄດ້ຕາມຄາດໝາຍຂອງ ສ.ອ.ຈ. (ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ເລີ່ມມີໜໍ່ແໜງແຕ່ປີ 2021 ປະມານ 102 ຕື້ກີບ ແລະ ເລີ່ມບຸກທະລຸໃນປີ 2022 ປະມານ 1.118 ຕື້ກີບ, ປີ 2023 ປະມານ 1.550 ຕື້ກີບ ແລະ ປີ 2024 ປັດຈຸບັນ ປະມານ 1.850 ຕື້ກີບ ແລະ ຄາດວ່າປີ 2025 ບໍ່ຫຼຸດ 2 ພັນຕື້ກີບ). ນອກນີ້, ກໍຮັກສາສະຖຽນລະພາບທາງດ້ານເງິນຕາ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສໍາຮອງເງິນຕາ ແລະ ການສ້າງຄຸນຄ່າເງິນກີບໃຫ້ສູງຂຶ້ນ ໂດຍການຄົ້ນຄວ້ານະໂຍບາຍເງິນຕາ ເປັນຕົ້ນ ນະໂຍບາຍອັດຕາດອກເບ້ຍໃຫ້ເໝາະສົມ ຕາມທິດການສ້າງຄຸນຄ່າໃຫ້ແກ່ເງິນກີບ. ພ້ອມກັນນັ້ນ ກໍເພີ່ມທະວີປຸກລະດົມທົ່ວສັງຄົມໃຫ້ຊົມໃຊ້ເງິນກີບ ໂດຍແມ່ນພາກລັດຕ້ອງເປັນແບບຢ່າງນໍາພາ).

2) ສຸມໃສ່ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອໃຫ້ສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ ໂດຍສະເພາະຜະລິດເຂົ້າກິນ, ຜະລິດພືດສະບຽງອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມການບໍລິໂພກຢູ່ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ຫຼື ເອີ້ນວ່າດຸ່ນດ່ຽງການນໍາເຂົ້າ-ສົ່ງອອກ. ໃນຕໍ່ໜ້າ, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ ກໍານົດພື້ນທີ່ຈຸດສຸມການປູກ, ການລ້ຽງ ແລະ ຊຸກຍູ້ຂະບວນການປຸງແຕ່ງພາຍໃນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະການຜະລິດເຂົ້າ ແມ່ນຈະໄດ້ສະຫງວນຮັກສາພື້ນທີ່ຜະລິດນາເຂົ້າ ບ່ອນທີ່ມີລະບົບຊົນລະປະທານແລ້ວນັ້ນ ເພື່ອຈໍາກັດການຫັນປ່ຽນເປົ້າໝາຍນໍາໃຊ້ທີ່ດິນກະສິກໍາ. ພ້ອມກັນນັ້ນ, ກໍຈະສູ້ຊົນໃຫ້ກຸ້ມຕົນເອງທາງດ້ານປັດໄຈການຜະລິດກະສິກໍາ ໂດຍສະເພາະແມ່ນແນວພັນສັດ ແລະ ອາຫານສັດ, ແນວພັນພືດ, ຝຸ່ນ, ປຸ໋ຍ ແລະ ອື່ນໆ.

3) ຈະໄດ້ສືບຕໍ່ສຸມໃສ່ພັດທະນາດ້ານພະລັງງານໄຟຟ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງດ້ານພະລັງງານໄຟຟ້າ. ໃນໄລຍະຜ່ານມາ, ເຖິງແມ່ນວ່າປະເທດເຮົາ ສາມາດຜະລິດໄຟຟ້າໄດ້ຫຼາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ກໍຍັງມີການນໍາເຂົ້າໄຟຟ້າ ເພື່ອສະໜອງພາຍໃນ ເນື່ອງຈາກລະບົບສາຍສົ່ງເພື່ອລໍາລຽງກະແສໄຟຢູ່ພາຍໃນປະເທດຍັງບໍ່ທັນເຊື່ອມຈອດກັນ. ສະນັ້ນ, ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການ ແກ້ໄຂໃນໄລຍະກາງ ໂດຍສະເພາະແມ່ນຈະເລັ່ງຊຸກຍູ້ໂຄງການຜະລິດໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ຕາມທ່າແຮງທີ່ເຮົາມີ. ນອກນີ້, ກໍຈະສືບຕໍ່ກວດກາຄືນບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ຖ້າບໍ່ມີຄວາມຄືບໜ້າ ຫຼື ບໍ່ມີປະສິດທິຜົນ ກໍຈະມີການຖອນໂຄງການຄືນ ເພື່ອມອບໃຫ້ຜູ້ລົງທຶນອື່ນ ທີ່ມີຄວາມຕັ້ງໃຈ ແລະ ມີຄວາມສາມາດ ໄດ້ສືບຕໍ່ຈັດຕັ້ງປະຕິບັດ. ຄຽງຄູ່ກັນນັ້ນ, ກໍຈະສືບຕໍ່ສຸມໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງຢ່າງເຂັ້ມງວດ ເພື່ອຮັບປະກັນການສະໜອງໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍ ໃຫ້ໄດ້ຕາມສັນຍາທີ່ກໍານົດໄວ້.

4) ສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ, ເນື່ອງຈາກວ່າປະເທດ ເຮົາຍັງບໍ່ມີແຫຼ່ງນໍ້າມັນດິບ ແລະ ໂຮງກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສການນໍາເຂົ້າມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮສໍາຮອງນໍ້າມັນ ດ້ວຍການສຸມໃສ່ສ້າງສາງເກັບນໍ້າມັນ ແລະ ປັດຈຸບັນ ກໍາລັງຄົ້ນຄວ້າຍຸດທະສາດທາງ ດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະເພາະການສ້າງທໍ່ສົ່ງນໍ້າມັນ, ການສ້າງໂຮງກັ່ນນ້ໍາມັນ ແລະ ອື່ນໆ.

5) ການກຸ້ມຕົນເອງທາງດ້ານການສະໜອງວັດຖຸດິບ ໃຫ້ແກ່ໂຮງງານອຸດສາຫະກໍາ. ປັດຈຸບັນ, ບັນດາໂຮງງານອຸດສະຫະກໍາສ່ວນຫຼາຍ ແມ່ນນໍາເຂົ້າວັດຖຸດິບຈາກຕ່າງປະເທດ (ນັບທັງໂຮງງານຕັດຫຍິບ ກໍນໍາເຂົ້າແຜ່ນແພ, ເສັ້ນດ້າຍ; ໂຮງງານຊັນເປເປີ ກໍຍັງນໍາເຂົ້າໄມ້ວິກຈາກຕ່າງປະເທດ). ໃນຕໍ່ໜ້ານີ້, ລັດຖະບານ ຈະສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ ເພື່ອເປັນຕ່ອງໂສ້ສະໜອງວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກໍາ.

(ຂ່າວ: ສຸກສະຫວັນ, ພາບ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments