Thursday, October 24, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານ ພັກກະຊວງປ້ອງກັນປະເທດ ຄັ້ງທີ 7 ສະໄໝທີ V ຈັດຂຶ້ນໃນວັນທີ 13 ມິຖຸນາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ມີຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະພັກກະຊວງປ້ອງກັນປະ ເທດ ເຂົ້າຮ່ວມ.

ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງເລຂາຄະນະ ພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານບົດສະຫລຸບການນຳ ພາ-ຊີ້ນຳວຽກງານ ໄລຍະ 6 ເດືອນຕົ້ນປີ 2024 ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ກໍຄື ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ວຽກງານຈຸດສຸມທີ່ຄະນະພັກກະຊວງປ້ອງກັນປະເທດ ເປັນຕົ້ນ ນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ໂດຍສະເພາະ 4 ໜ້າທີໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ເຂົ້າສູ່ຕົວຈິງຂອງກົມກອງ-ທ້ອງຖິ່ນ, ສາມາດຮັບປະກັນເຮັດໃຫ້ຂອບເຂດທົ່ວປະເທດມີຄວາມສະຫງົບ ໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແມ່ນບັນລຸໝາກຜົນສູງ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບມີຫລາຍດ້ານດີຂຶ້ນກວ່າເກົ່າ, ແຕ່ຍັງມີບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕື່ມ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ.

ກອງປະຊຸມຄັ້ງນີ້, ໄດ້ມີຄວາມເປັນເອກະພາບ ໃນການຕີລາຄາສະພາບການນຳ ພາ-ບັນຊາ ຕ້ອງມີຄວາມຮັບຜິດຊອບໃນການເບິ່ງບັນຫາ ໃຫ້ຖືກຕ້ອງພາວະວິໄສ, ຍົກໃຫ້ເຫັນບັນຫາທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງດ້ານຕ່າງໆ ຕ້ອງໄດ້ຮັບການແກ້ໄຂໃຫ້ຂາດຕົວ ເປັນຕົ້ນ ການແກ້ໄຂບັນຫາຕົວຈິງທາງດ້ານການເມືອງ-ແນວຄິດ, ທັດສະນະຫລັກໝັ້ນ, ແບບແຜນວິທີເຮັດວຽກ, ແບບ ແຜນດຳລົງຊີວິດທີ່ຖືກຕ້ອງ, ຮັບປະກັນການກຳນົດແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ແທດເໝາະກັບສະ ພາບແວດລ້ອມໃນຕົວຈິງຂອງກອງທັບ, ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ດ້ວຍຈິດໃຈບຸກທະລຸ, ໃຫ້ມີການຫັນປ່ຽນຢ່າງຕັ້ງໝ້າດີຂຶ້ນກວ່າເກົ່າ.

ທີ່ມາ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments